ງານມະຫາກຳດົນຕີຂອງເດັກນ້ອຍບັນດາປະເທດອາຊຽນ

ງານມະຫາກຳດົນຕີຂອງເດັກນ້ອຍບັນດາປະເທດອາຊຽນ - ảnh 1
ງານ​ມະຫາ​ກຳ​ດົນຕີ​ຂອງ​ເດັກນ້ອຍ​ບັນດາ​ປະ​ເທດ​ອາ​ຊຽນ
(ພາບ: VTV)

(vovworld) - ງານ​ມະຫາ​ກຳ​ດົນຕີ​ຂອງ​ເດັກນ້ອຍ​ບັນດາ​ປະ​ເທດ​ອາ​ຊຽນ ຫາກໍ່​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 1/6, ຢູ່ ຮ່າ​ໂນ້ຍ. ​ໃນ​ງານ​ມະຫາ​ກຳ, ບັນດາ​ເດັກນ້ອຍ​ທີ່​ມາ​ຈາກ 7 ປະ​ເທດ​ອາ​ຊຽນ ​ໄດ້​ສະ​ແດງ 15 ລາຍການ​ສິລະ​ປະ​ທີ່​ເຂັ້ມ​ຄົ​້ນ​ໄປ​ດ້ວຍ​ສີສັນທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະຊາດ, ​ແຕ່ລະ​ປະ​ເທດ. ພິ​ເສດ​ແມ່ນ​ລາຍການ​ດົນຕີ​ປະສານ​ສຽງ​ຂອງ​ເດັກນ້ອຍ​ທີ່ມາ​ຈາກ ມາ​ເລ​ເຊຍ, ຟີ​ລິບ​ປິນ, ບັນດາ​ວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເດັກນ້ອຍ​ອິນ​ໂດ​ເນ​ເຊຍ, ລາວ ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຊົມ. ງານ​ມະຫາ​ກຳ​ສິ້ນ​ສຸດ​ລົງ​ດ້ວຍ​ລາຍການ​ດົນຕີ​ປະສານ​ສຽງ​ຂອງ​ເດັກນ້ອຍ 7 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​​ເດັກນ້ອຍອາ​ຊຽນປີ 2016. ພວກ​ເດັກນ້ອຍ​ໃນ​ຊຸດ​ອາພອນ​ປະຈຳ​ຊາດ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ງານ​ມະຫາ​ກຳ​ສິລະ​ປະ ​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ ງານ​ມະຫາ​ກຳ​​ເດັກນ້ອຍ​ປະ​ເທດ​ອາ​ຊຽນ ປີ 2016.

        ງານ​ມະຫາ​ກຳ​​ເດັກນ້ອຍ​ປະ​ເທດ​ອາ​ຊຽນ ​ແມ່ນ​ຂໍ້​ລິ​ເລີ່​ມຂອງ​ສະຖານີ​ໂທລະພາບ ຫວຽດນາມ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃນ​ມິດຕະພາບ, ການ​ພົວພັນ​ແລກປ່ຽນ​ວັດທະນະທຳ, ກໍ່​ຄື​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ເດັກນ້ອຍ​ ປະ​ເທດ​ຕ່າງໆ, ​ໃນ​ສະຖານະ​ການ​ທີ່ບັນດາ​ປະ​ເທດ​ອາ​ຊຽນພວມ​ມີ​ການ​ຜັນ​ແປ​ຕັ້ງໜ້າ​ຫຼາຍ​ຢ່າງ ​ແລະ ມີ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ.

ຂ່າວ/ບົດ​ອື່ນ