ຮ້ອງເພງຍ້ອງຍໍ ປະທານໂຮ່ຈີມິນ
(ພາບ: My Binh)
(vovworld) – ງານມະຫາກຳສິລະປະຂອງ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຄ້ານວັນເກີດ ປະທານ ໂຮ່ຈີມິນຄົບຮອບ 126 ປີ, ຖືກດຳເນີນໃນຕອນຄຳ່ວັນທີ 19/5 ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ. ເຂົ້າຮ່ວມງານມະໂຫລານມີທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສະຫວັນຄອນ ຣາຊະມົນຕີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮູ່ງ. ດ້ວຍ 21 ລາຍການສະແດງບົດເພງ, ບົດຟ້ອນທີ່ເຕັມໄປດ້ວຍຄວາມປະທັບໃຈ, ຍ້ອງຍໍປະທານ ໂຮ່ຈີມິນ, ຄວາມງາມຂອງປະເທດຊາດ - ຊາວ ຫວຽດນາມ ແລະ ການພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ ໄດ້ນຳມາໃຫ້ຜູ້ຊົມຄວາມປະທັບໃຈອັນດີງາມ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ.