ງານມະໂຫລານວັດທະນະທຳສິລະປະຮູບແບບບ້ານວັດທະນະທຳ

(VOVWORLD) -ຕອນຄ່ຳວັນທີ 08 ພະຈິກ, ງານມະໂຫລານວັດທະນະທຳສິລະປະຮູບແບບບ້ານວັດທະນະທຳພື້ນເມືອງແຂວງທ໊າຍງວຽນ ປີ 2018 ຖືກໄຂຂຶ້ນຢູ່ສູນວັດທະນະທຳແຂວງ.

ງານມະໂຫລານວັດທະນະທຳສິລະປະຮູບແບບບ້ານວັດທະນະທຳ - ảnh 1ງານມະໂຫລານວັດທະນະທຳສິລະປະຮູບແບບບ້ານວັດທະນະທຳ

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວແທດຈິງ ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດເອກະພາບຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2018) ແລະ ຊົມເຊີຍ “ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ”.

        ງານມະໂຫລານຄັ້ງນີ້ ແມ່ນເພື່ອແນໃສ່ແນະນຳບັນດາການດຳເນີນຊີວິດ, ສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ ມີຄວາມໃກ້ຊິດຕິດພັນຢ່າງແໜ້ນແຟ້ນກັບຊີວິດການເປັນຢູ່ຂອງບັນດາເຜົ່າໃນການອອກແຮງງານທຳການຜະລິດ ແລະ ສ້າງສາ, ປົກປັກຮັກສາປະເທດຊາດ.

        ງານມະໂຫລານຄັ້ງນີ້ ໄດ້ດຶງດູດ 9 ກອງວັດທະນະທຳສິລະປະມະຫາຊົນທີ່ມາຈາກ 36 ຮູບແບບ, ບ້ານວັດທະນະທຳພື້ນເມືອງຢູ່ບໍລິເວນແຂວງທ໊າຍງວຽນ ດ້ວຍບັນດາເນື້ອໃນຄື: ການສະແດງຄັດສະເໜີຕອນງານບຸນ; ສະແດງຊຸດອາພອນປະຈຳເຜົ່າ; ຄ້າຍວັດທະນະທຳ ແລະ ລາຍການສະແດງສິລະປະ…

ຕອບກັບ

ຂ່າວ/ບົດ​ອື່ນ