(vovworld) - ຕອນຄໍ່າວັນທີ 10/08, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ສົມທົບກັນບັນດາບໍລິສັດທ່ອງທ່ຽວຫວຽດນາມ Vidotour ແລະ Victoria Tour ຈັດຕັ້ງງານລາຕີທ່ອງທ່ຽວຫວຽດນາມ ຄັ້ງທຳອິດຢູ່ນະຄອນ Chandigarh, ເມືອງເອກຂອງ 3 ລັດທາງພາກເໜືອອິນເດຍ. ກ່າວຄຳເຫັນທີ່ພິທີໄຂງານລາຕີທ່ອງທ່ຽວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຕົນຊິງແທ່ງ ຢືນຢັນວ່າ, ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ນັກທ່ອງທ່ຽວອິນເດຍ ມາຫວຽດນາມ ແລະ ກຳນົດວ່າການສົ່ງເສີມການທ່ອງທ່ຽວແມ່ນແບບວິທີສຳຄັນທີ່ສຸດ ເພື່ອເພີ່ມຈຳນວນນັກທ່ອງທ່ຽວອິນເດຍ ມາຫວຽດນາມ. ງານລາຕີທ່ອງທ່ຽວ ນີ້ແມ່ນພາກສ່ວນໜຶ່ງໃນບັນດາເຫດການໂຄສະນາທ່ອງທ່ຽວ ໂດຍສະຖານທູດສົມທົບກັບບັນດາຄູ່ຮ່ວມມືອິນເດຍ ແລະ ຫວຽດນາມ ຈັດຕັ້ງທີ່ບັນດານະຄອນໃຫຍ່ຢູ່ອິນເດຍ ໃນໄລຍະຜ່ານມາ.