ງານວາງສະແດງການປະກວດຮູບພາບມໍລະດົກຫວຽດນາມ2015

ງານວາງສະແດງການປະກວດຮູບພາບມໍລະດົກຫວຽດນາມ2015 - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 2/11 ຢູ່​ໂຮງ​ຮຽ​ນ​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ-ມະ​ຫາ​ວິ​ທະ​ຍາ​ໄລ​ດາ​ນັງ ໄດ້​ໄຂ​ງານ​ວາງ​ສະ​ແດງ ການ​​ປະ​ກວດຮູບ​ພາບ​ມໍ​ລະ​ດົກ​ຫວຽດ​ນາມ 2015 ແລະ ບິ່ງ​ທ້ວນ - ເຕົ້າ​ໂຮມ​ຂຽວ ໂດຍ​ວາ​ລະ​ສານ​​ ມໍ​ລະ​ດົກຫວຽດ​ນາມ ຂຶ້ນ​ກັບ​ສະ​ມາ​ຄົມ​​ມໍ​ລະ​ດົກວັດ​ທະ​ນາ​ທຳ​ຫວຽດ​ນາມ​ຈັດ​ຕັ້ງ. ນີ້​ແມ່ນ​ປີ​ທີ 2 ​ທີ່​ງານ​ວາງ​ສະ​ແດງ​ຮູບ​ພາບ​ມໍ​ລະ​ດົກ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​​ຂຶ້ນຢູ່​ດາ​ນັງ. ມີ​​ຮູບ​ພາບດີ​ເດັ່ນ​ທີ່​ສຸດ 100 ​ແຜ່ນ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ ​ 5.000 ​​​​ແຜ່ນ ທີ່​ເຂົ້າ​ຮ່ວມ​ການ​​ປະ​ກວດໄດ້​ນຳ​​ມາວາງ​ສະ​ແດງ. ການ​​ປະ​ກວດຮູບ​ພາບ​ມໍ​ລະ​ດົກ​ຫວຽດ​ນາມ 2015 ແລະ ບິ່ງ​ທ້ວນ - ​ເຕົ້າ​ໂຮມ​ຂຽວ ໄດ້​ສຸມ​ໃສ່ 4 ຫົວ​ເລື່ອງ​ຄື: ທຳ​ມະ​ຊາດ, ວັດ​ທະ​ນາ​ທຳ​ມີ​ຮູບ​ຮ່າງ ແລະ ​ບໍ່​ມີ​ຮູບ​ຮ່າງ, ​ ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ. ຈຸດ​ໝາຍ​ຂອງ​ການ​ປະ​ກວດຄັ້ງ​ນີ້​ ໄດ້ນຳ​ມາ​ເຊິ່ງ​ບັນ​ດາ​ຮູບ​ພາບ​ສວຍ​ງາມ​ທີ່​ສຸດ ​ມາ​ໃຫ້ຜູ້​​ເຂົ້າຊົມ ທັງ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ