ງານວາງສະແດງກ່ຽວກັບທະເລ,ໝູ່ເກາະແລະທະຫານເຮືອ

ງານວາງສະແດງກ່ຽວກັບທະເລ,ໝູ່ເກາະແລະທະຫານເຮືອ - ảnh 1
ງານ​ວາງ​ສະ​ແດງ
(ພາບ: Thanh Tùng/TTXVN)

(vovworld) – ງານ​ວາງ​ສະ​ແດງວິ​ຈິດ​ສິນ “ທະ​ເລ, ໝູ່​ເກາະ ແລະ ທະ​ຫານ​ເຮືອ” ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ ວິ​ຈິດ​ສິນ ຫວຽດ​ນາມ, ເຫຼົ່າ​ທັບ​ເຮືອ ສົມ​ທົບ​ກັນ​ຈັດ​ຕັ້ງຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5/5, ຢູ່ ຮ່າ​ໂນ້ຍ, ​ເພື່ອ​ແນະ​ນຳ 36 ຜະ​ລິດ​ຕະ​ພັນ​ຂອງ​ນັກ​ຈິດ​ຕະ​ກອນ, ນັກ​ແກະ​ຄ​ວັດ​ສະຫຼັກ 28 ​ຄົນ​ເຊິ່ງ​ແມ່ນ​ພະ​ນັກ​ງານ, ຄູ​ສອນ​ຂອງ​ ມະ​ຫາ​ວິ​ທະ​ຍາ​ໄລ ວິ​ຈິດ​ສິນ ຫວຽດ​ນາມ. ບັນ​ດາ​ຜະ​ລິດ​ຕະ​ພັນ​ໃນ​ງານ​ວາງ​ສະ​ແດງ​ໄດ້​ສະ​ແດ​ງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ຮູບ​ພາບ​ຂອງ​ທະ​ເລ, ໝູ່​ເກາະ ແລະ ທະ​ຫານ​ເຮືອ, ສະ​ແດງ​ນ້ຳ​ໃຈ​ຂອງ​ພະ​ນັກ​ງານ, ຄູ​ສອນ​ຂອງ​ໂຮງ​ຮຽນ ກັບ​ບັນ​ດາ​ຜູ້​ພວມ​ປົກ​ປັກ​ຮັ​ກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ, ເຂ​ດ​ນ່ານ​ທະ​ເລ​ຂອງ​ປະ​ເທດ​ຊາດ. ງານ​ວາງ​ສະ​ແດງ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບຮູ້, ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​ທີ່ມ​ີ​ຕໍ່​ພາ​ລະ​ກິ​ດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ພັນ​ເອກ ມາຍ​ຈ້ອງດິ້ງ, ຮອງ​ຫົວ​ໜ້າ​ການ​ເມືອງ​ເຫຼົ່າ​ທັບ​ເຮືອ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ແມ່ນ​ທະ​ຫານ​ເຮືອ ດັ່ງ​ນັ້ນ​ມີ​ຄວາມ​ຮັບ​ຮູ້​ວ່າ​ງານ​ວາງ​ສະ​ແດງນ​ີ້​ໄດ້​ສ່ອງ​ແສງ​ການ​ເຄື່ອນ​ໄຫວ​ຂອງ​ທະ​ຫານ​ເຮືອ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ, ພິ​ເສດ​ແມ່ນ​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ໝູ່​ເກາະ ເຈື່ອງ​ຊາ, ຮ້ານ​ເວນ​ຍາມ DK1. ງານ​ວາງ​ສະ​ແດງກໍ່​ໄດ້​ສ່ອງ​ແສງ​ຄວາມ​ມຸງ​ມາດ​ປາດ​ຖະ​ໜາ, ນ້ຳ​ໃຈ, ເຈດ​ຈຳ​ນົງ​ຂອງ​ບັນ​ດາ​ທະ​ຫານ​ເຮືອ ແລະ ກໍ່​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ, ເຈດ​ຈຳ​ນົງ​ຂອງ​ທະ​​ຫານເຮືອ​​ທີ່​ໝັ້ນ​ໝາຍຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ​, ຍາມ​ໃດ​ກໍ່​ປົກ​ປັກ​ຮັ​ກ​ສາ​ອະ​ທິ​ປະ​ໄຕ​​ເຂດທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ