ງານວາງສະແດງດ້ານເຕັກໂນໂລຢີການສຶກສາຄັ້ງທຳອິດ ຢູ່ ຫວຽດນາມ.

(VOVWORLD) -ງານວາງສະແດງດັ່ງກ່າວດຶງດູດການເຂົ້າຮ່ວມຂອງເກືອບ 60 ວິສາຫະກິດເຕັກໂນໂລຢີການສຶກສາຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍປະມານ 50% ວິສາຫະກິດມາຈາກ ອັງກິດ, ສິງກະໂປ….
ງານວາງສະແດງດ້ານເຕັກໂນໂລຢີການສຶກສາຄັ້ງທຳອິດ ຢູ່ ຫວຽດນາມ. - ảnh 1 ທ່ານ ຟູ່ງຊວນຫຍ້າ ລັດຖະມົນຕີກະຊວງ ສຶກສາ ແລະ ບຳລຸງສ້າງ ຫວຽດນາມ.

ງານວາງສະແດງດ້ານເຕັກໂນໂລຢີການສຶກສາສາກົນ BESS Vietnam 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ມີນາ ຢູ່ ນະຄອນ ໂຮ່ຈິມິນ ໂດຍກົມເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ກົມຮ່ວມມືສາກົນ ຂຶ້ນກັບ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ປະສານສົມທົບກັບ ສະມາຄົມບັນດານັກສະໜອງເຕັກໂນໂລຢີການສຶກສາ ປະເທດ ອັງກິດ ແລະ ບໍລິສັດຫຸ້ນສ່ວນໂດຍເຄືອຂ່າຍອິນເຕີເນັດ Viet Sin ຮ່ວມຈັດຕັ້ງໂດຍມີການເຂົ້າຮ່ວມຂອງທ່ານ ຟູ່ງຊວນຫຍ້າ ລັດຖະມົນຕີກະຊວງ ສຶກສາ ແລະ ບຳລຸງສ້າງ ຫວຽດນາມ.

ບັນດາບໍລິສັດໄດ້ແນະນຳຜະລິດຕະພັນ, ບໍລິການເຕັກໂນໂລຢີແຖວໜ້າຂອງໂລກໂດຍບັນດາກຸ່ມບໍລິສັດການສຶກສາກ້າວໜ້າປະດິດຄິດສ້າງຄື: ຫຸ່ນຍົນສອນພາສາອັງກິດ, ຊອບເເວ ຮຽນວິທະຍາສາດ, ພາສາ…ທ່ານນາງໂງຫົວເຕ້ວ, ນັກວິຊາການຮັບຜິດຊອບວຽກງານສື່ມວນຊົນບໍລິສັດຫຸ້ນສ່ວນ ມີຊາໃຫ້ຮູ້ວ່າ:

        “ສອງຜະລິດຕະພັນທີ່ພວກຂ້າພະເຈົ້າຫາກໍ່ເວົ້າເຖິງໄດ້ຮັບການ ຕິດຕັ້ງ ແລະ ເຊື່ອມຕໍ່ເພື່ອສາມາດໝູນໃຊ້ອຸດສາຫະກຳ 4.0 ເປັນຢ່າງດີ. ພິເສດ ແມ່ນຊອບແວບໍລິຫານໂຮງຮຽນໄດ້ຕິດຕັ້ງອຸດສາຫະກຳ ຫຼາຍຢ່າງ, ມັນສາມາດຊ່ວຍເຫຼືອຄູອາຈານໃນການຈົດຄະແນນດ້ວຍສຽງເວົ້າຢ່າງສະດວກ, ຊ່ວຍປະຢັດເວລາແລະເຫື່ອແຮງຂຶ້ນເຖິງ50%.”

ຕອບກັບ

ຂ່າວ/ບົດ​ອື່ນ