ງານວາງສະແດງປື້ມ,ຮູບຖ່າຍ, ວັດຖຸອກະສານ“ຫວຽດນາມ-ເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ”
ພິທີໄຂງານວາງສະແດງປື້ມ, ຮູບຖ່າຍ, ວັດຖຸເອກະສານດ້ວຍຫົວຂໍ້ວ່າ
“ຫວຽດນາມ - ເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ”
(vovworld) - ຕອນເຊົ້າວັນທີ 16/12/2016 ຢູ່ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການສຳນັກງານທີ່ກ່ຽວຂ້ອງຈັດຕັ້ງພິທີໄຂງານວາງສະແດງປື້ມ, ຮູບຖ່າຍ, ວັດຖຸເອກະສານດ້ວຍຫົວຂໍ້ວ່າ “ຫວຽດນາມ - ເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ” . ງານວາງສະແດງລວມມີຮູບຖ່າຍນັບຮ້ອຍແຜ່ນ ແລະ ປື້ມອ່ານ ຊຶ່ງແນະນຳ ສັງເຂບກ່ຽວກັບເສັ້ນທາງເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ຕາມບັນດາຫົວຂໍ້ແຕກຕາງກັນ, ສະແດງໃຫ້ເຫັນວິວັດການເຊື່ອມໂຍງເຂົ້າກັບສາກົນ. ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຮ່ວາງຫວີງບາວ ເນັ້ນໜັກວ່າ:
“ຫວຽດນາມ ພວມກ້າວເຂົ້າສູ່ໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານ. ຫວຽດນາມ ໄດ້ມີການພົວພັນທາງການທູດກັບເກືອບ 200 ປະເທດ; ການພົວພັນເສດຖະກິດ, ການຄ້າ, ການລົງທຶນກັບກ່ວາ 220 ປະເທດ ແລະ ເຂດແຄວ້ນໃນໂລກ. ເລື່ອງ ຫວຽດນາມ ເຂົ້າຮ່ວມອົງການການຄ້າໂລກ (WTO) ປີ 2007 ໄດ້ນຳວິວັດການເຊື່ອມໂຍງຂອງປະເທດຊາດນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານໃນພາກພື້ນ ອາຊຽນ ແລະ ທົ່ວໂລກ. ງານວາງສະແດງປື້ມ, ຮູບຖ່າຍ, ວັດຖຸເອກະສານດ້ວຍຫົວຂໍ້ “ຫວຽດນາມ - ເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ” ໂຄສະນາຮູບພາບປະເທດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ, ບັນດາຜົນງານໃນພາລະກິດປ່ຽນໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ”.