ງານວາງສະແດງປຶ້ມ “ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ: ບົດເພງໄຊ ໃນສັດຕະວັດທີ 20“
ທີ່ງານວາງສະແດງ
(ພາບ:xembaomoi.com)
(vovworld) - ຕອນເຊົ້າວັນທີ 21/11, ຢູ່ຮ່າໂນ້ຍ, ຫໍສະໝຸດກອງທັບໄດ້ຈັດງານວາງສະແດງປຶ້ມ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ: ບົດເພງໄຊໃນສັດຕະວັດທີ 20“. ງານວາງສະແດງໄດ້ນຳມາວາງສະແດງ, ແນະນຳປຶ້ມ, ເອກະສານກ່ວາ 800 ຫົວໄດ້ພິມຈຳໜ່າຍຢູ່ພາຍໃນ ແລະ ຕ່າງປະເທດຂຽນກ່ຽວກັບບັ້ນຮົບ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ“. ງານວາງສະແດງຍັງແນະນຳບັນດາຮູບພາບ, ຫົວຂໍ້, ຖານຂໍ້ມູນ, ເອກະສານກ່ຽວກັບໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ“. ງານວາງສະແດງໄດ້ຊ່ວຍໃຫ້ຜູ້ອ່ານພາຍໃນ ແລະ ນອກກອງທັບເຂົ້າໃຈຢ່າງເລິກເຊິ່ງ ແລະ ຮອບດ້ານກ່ວາກ່ຽວກັບໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ“ ກໍ່ຄືຄວາມ ໝາຍອັນໃຫ່ຍຫຼວງຊື່ງກອງທັບ ແລະ ປະຊາຊົນຫວຽດນາມ ຕ້ອງຜ່ານຜ່າຄວາມທຸກຍາກລຳບາກ, ການເສຍສະຫຼະນາໆປະການຈຶ່ງຍາດມາໄດ້. ນີ້ກໍ່ແມ່ນໂອກາດເພື່ອ ຫວນຄືນມູນເຊື້ອອັນສະຫງ່າງອົ່ງອາດຂອງຊາດ ແລະ ກອງທັບປະຊາຊົນຫວຽດນາມ ແລະ ຜ່ານນັ້ນຊ່ວຍໃຫ້ປະຊາຊົນມີຄວາມເຊື່ອໝັ້ນ, ເອກອ້າງທະນົງໃຈຕໍ່ຊາດຫວຽດນາມ, ຕໍ່ພັກ ແລະ ກອງທັບຫວຽດນາມ.