ງານວາງສະແດງພາບແຕ້ມ “ປະເທດຊາດເຂົ້າສູ່ລະດູບານໃໝ່, ກາລະໂອກາດໃໝ່”
(VOVWORLD) -ງານວາງສະແດງໄດ້ຈັດຕັ້ງຢູ່ ສູນຖະແຫຼງຂ່າວ ແລະ ວັດທະນະທຳ ໜອງເຕົ່າ, ເຮືອນເລກທີ 2 ເລທ໊າຍໂຕ, ເມືອງຮ່ວານກຽມ, ຮ່າໂນ້ຍ ແລະ ເປີດປະຕູໃນລະຫວ່ງວັນທີ 3 ກຸມພາ - 2 ມີນາປີ 2021.
ພາບແຕ້ມທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ (ພາບ: Dantri) |
ເນື່ອງໃນໂອກາດບຸນເຕັດປະຈຳຊາດ ສະລຸ ປີ 2021, ວັນທີ 3 ກຸມພາ, ກົມການຕ່າງປະເທດ ວັດທະນະທຳ ແລະ UNESCO (ກະຊວງການຕ່າງປະເທດ ຫວຽດນາມ) ໄດ້ສົມທົບກັບຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ ພ້ອມກັບຄະນະຂົນຂວາຍ ວິຈິດສິນ ແລະ ການຕ່າງປະເທດ ວັດທະນະທຳ ຫວຽດນາມ ຈັດຕັ້ງງານວາງສະແດງພາບ ທີ່ມີຫົວຂໍ້ວ່າ “ປະເທດຊາດກ້າວເຂົ້າສູ່ລະດູບານໃໝ່, ກາລະໂອກາດໃໝ່”.
ບັນດາຜົນງານຄັ້ງນີ້ ແມ່ນ ພາບແຕ້ມຮູບຂອງການນຳພັກ, ລັດບາງທ່ານ ພ້ອມກັບນັກວິລະຊົນແຮງງານໃນໄລຍະປ່ຽນແປງໃໝ່, ບັນດາຜູ້ຄົນທີ່ສ້າງຂີດໝາຍໃນປະຫວັດສາດແຫ່ງການພັດທະນາຂອງ ປະເທດຊາດ, ແນະນຳບັນດາພາບແຕ້ມ ທີ່ມີຫົວຂໍ້ລະດູບານໃໝ່.
ງານວາງສະແດງໄດ້ຈັດຕັ້ງຢູ່ ສູນຖະແຫຼງຂ່າວ ແລະ ວັດທະນະທຳ ໜອງເຕົ່າ, ເຮືອນເລກທີ 2 ເລທ໊າຍໂຕ, ເມືອງຮ່ວານກຽມ, ຮ່າໂນ້ຍ ແລະ ເປີດປະຕູໃນລະຫວ່ງວັນທີ 3 ກຸມພາ - 2 ມີນາປີ 2021.