ງານວາງສະແດງຮູບພາບ“ທະເລໝູ່ເກາະທີ່ຮັກແພງຂອງປະເທດຊາດ”ຢູ່ເຂດພູພຽງຫີນດົ່ງວັນ

ງານວາງສະແດງຮູບພາບ“ທະເລໝູ່ເກາະທີ່ຮັກແພງຂອງປະເທດຊາດ”ຢູ່ເຂດພູພຽງຫີນດົ່ງວັນ - ảnh 1
(ພາບປະກອບ: TTXVN)

(vovworld) - ​ ​ ຕອນ​ຄ່ຳ​ວັນ​ທີ 28/05, ຢູ່​ເມືອງ ດົ່ງ​ວັນ ​ແຂວງ ຮ່າ​ຢາງ, ກອງ​ບັນຊາ​ການກອງທັບ​ເຮືອ​ສົມທົບ​ກັບ​ຄະນະ​ພັກ​ແຂວງ ຮ່າ​ຢາງ ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ “ທະ​ເລ​ໝູ່​ເກາະ​ທີ່​ຮັກ​ແພງ​ຂອງ​ປະ​ເທດ​ຊາດ”. ງານ​ວາງສະ​ແດງ​ລວມມີ​ຮູບ​ພາບ260 ​ແຜນ ທີ່​ໂຄສະນາ, ​ແນະນຳ​ ກ່ຽວ​ກັບ​ທະຫານກອງທັບ​ເຮືອ, ກ່ຽວ​ກັບ​ທະ​ເລ​ໝູ່​ເກາະພ້ອມ​ກັບ​ຮູບ​ພາບ​ຫລາຍ​ແຜ່ນ​ທີ່​ແນະນຳກ່ຽວ​ກັບ​ຄະນະ​ປະຕິບັດ​ງານ ​ເຈື່ອງ​ຊາ ​ເລກທີ 14 ​ໂດຍກອງ​ບັນຊາ​ການ​ກອງທັບ​ເຮືອ​ຈັດ​ຕັ້ງ, ​ໃນ​ນັ້ນ​ມີ​ຜູ້ຕາງ​ໜ້າ​ແຂວງ ຮ່າ​ຢາງ ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ​ໝູ່​​ເກາ​ະ ​ເຈື່ອງ​ຊາ ​ແລະ ຮ້ານ​ເຈ​າະນ້ຳມັນ DK1 ​ໃນ​ເດືອນ 5/2012. ງານ​ວາງສະ​ແດງ​ໂຄສະນາ​ ຢ່າງ​ເລິກ​​ເຊິ່ງ​ກ້ວາງ​ຂວາງ ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ບໍລິ​ເວນ​ແຂວງ ຮ່າ​ຢາງ ກ່ຽວ​ກັບ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາ​ະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

 

ຂ່າວ/ບົດ​ອື່ນ