ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ”
ງານວາງສະແດງຖືກໄຂຂຶ້ນໃນວັນທີ 7/1
(ພາບ: Trung Hiếu)
|
(vovworld) - ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ -ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7/1, ຢູ່ຫໍພິພິດທະພັນກຳລັງປະກອບອາວຸດທິດຕາເວັນອອກພາກໃຕ້, ນະຄອນ ໂຮ່ຈີມິນ. ງານວາງສະແດງແນະນຳບັນດາຮູບພາບ, ເອກະສານ, ວັດຖຸພັນ ແລະ ແຜນທີ່ນັບແຕ່ປີ 1954 ເຖິງປະຈຸບັນ ທີ່ຢືນຢັນອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ, ເຈື່ອງຊາ. ນອກນັ້ນຍັງມີບັນດາເອກະສານ, ໂດຍບັນດາປະເທດຝ່າຍຕາເວັນຕົກຮຽບຮຽງ ແລະ ພິມຈຳໜ່າຍນັບແຕ່ສະຕະວັດທີ 18 – 19 ທີ່ກ່ຽວຂ້ອງເຖິງອະທິປະໄຕຂອງ ຫວຽດນາມສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາອີກ. ກ່າວຄວາມເຫັນທີ່ພິທີໄຂງານວາງສະແດງ, ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກຊອນ, ເນັ້ນໜັກວ່າ:
“ງານວາງສະແດງນີ້ປະກອບສ່ວນຢືນຢັນອະທິປະໄຕເກາະທະເລຂອງຫວຽດນາມ ສຳລັບຜືນແຜ່ນດິນຢ່າງຄົບຖ້ວນ, ໃນນັ້ນມີສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ກໍ່ຄືປະກອບສ່ວນຍົກສູງຄວາມຮັບຮູ້ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບທີ່ມີຕໍ່ຜືນແຜ່ນດິນຂອງປະເທດຊາດ, ທັງປະກອບສ່ວນເພີ່ມກຳລັງແຮງ ແລະ ເຈດຈຳນົງແຫ່ງຄວາມສາມັກຄີຂອງທົ່ວປວງຊົນ ເພື່ອຕັດສິນໃຈປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ໃນນັ້ນມີສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ”.
ງານວາງສະແດງດຳເນີນຮອດວັນທີ 21/01.