ງານວາງສະແດງແຜນທີ່,ຮູບຖ່າຍ“ທະເລ,ໝູ່ເກາະຂອງປະເທດຊາດ”

ງານວາງສະແດງແຜນທີ່,ຮູບຖ່າຍ“ທະເລ,ໝູ່ເກາະຂອງປະເທດຊາດ” - ảnh 1
ພາບປະກອບ

(vovworld) – ວັນ​ທີ 4/6, ຢູ່​ນະຄອນ ດ້ຽນບຽນ​ຝູ, ຫໍ​ພິພິດທະພັນ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ ​ໄດ້​ໄຂ​ງານວາງສະ​ແດງ​ແຜນ​ທີ່, ຮູບ​ຖ່າຍກ່ຽວ​ກັບ​ຫົວ​ຂໍ້​ “ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ”. ງານ​ວາງສະ​ແດງ​ໄດ້​​ວາງສະ​ແດງ​ແຜນ​ທີ່​ 50 ​ແຜ່ນ​ທີ່​ແຕ້ມ​ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ​​ສະ​ໄໝ​ຕ່າງໆຂອງ ຫວຽດນາມ, ຈີນ. ​ແຜນ​ທີ່​ທັງ​ໝົດ​ເຫຼົ່ານັ້ນລ້ວນ​ແຕ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ​ ຮ່ວາງ​ຊາ. ງານ​ວາງສະ​ແດງ​ຍັງ​ວາງສະ​ແດງ​ຮູບ​ຖ່າຍ​ເກືອບ 100 ​ແຜ່ນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ, ຮັບ​ໃຊ້​ຂອງ​ບັນດາ​ອົງການ, ຂະ​ແໜງ​ການ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ ດ້ຽນບຽນ ​ໃນ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ ຫວຽດນາມ, ຮູບພາບ​​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​​ແຮງ​ຮ່ວມ​ໃຈ​ເພື່ອ​ທະ​ເລ, ໝູ່​ເກາະ​ໃນ​ບໍລິ​ເວນ​ແຂວງ ດ້ຽນບຽນ. ງານ​ວາງສະ​ແດງ​ຈະ​ອັດລົງ​ໃນ​ຕົ້ນ​ເດືອນ 7/2014.

ຂ່າວ/ບົດ​ອື່ນ