ງານວາງສະແດງແຜນທີ່,ເອກະສານ“ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 26 ກັນຍາ ຢູ່ ຫໍພິພິທະພັນແຂວງ ຕວຽນກວາງ, ກະຊວງຖະແຫລງຂ່າວ ແລະ ສື່ສານ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ຕວຽນກວາງ ຈັດຕັ້ງງານວາງສະແດງແຜນທີ່, ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ- ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ”. 

ງານວາງສະແດງແຜນທີ່,ເອກະສານ“ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ảnh 1 ນັກຮຽນເຂົ້າຊົມງານວາງສະແດງ

ພາບ:vietnam+

ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນ, ສິ່ງພິມ ແລະ ແຜນທີ່ເກືອບ 100 ແຜ່ນ ໄດ້ຮວບຮ່ວມມາຈາກບັນດາແຫລ່ງເອກະສານທີ່ໄດ້ປະກາດນັບແຕ່ກອ່ນມາຮອດປະຈຸບັນ ຂອງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ຢູ່ພາຍໃນ ແລະ ສາກົນຄື: ບັນດາເອກະສານດ້ວຍພາສາຈີນ, ພາສາຫວຽດ ແລະ ພາສາຝລັ່ງ ໂດຍສະໄຫມລາຊະວົງສັກດີນາ ຫວຽດນາມ ແລະ ອຳນາດການປົກຄອງ ຝລັ່ງ ຢູ່ ອິນດູຈີນ ປະກາດໃຊ້ແຕ່ສະຕະວັດທີ XVII ຕົ້ນສະຕະວັດທີ XX, ຢັ້ງຢືນວິວັດການສ້າງ, ປະຕິບັດ ແລະ ປົກປັກຮັກສາອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ