ງານວາງສະແດງແຜນທີ່ແລະວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”
ງານວາງສະແດງແຜນທີ່ ແລະ ວາງສະແດງວັດຖຸເອກະສານ
“ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນານ” ຢູ່ແຂວງ ຮ່ວາບິ່ງ
(ພາບ: nhandan.com.vn)
(vovworld) – ຕອນເຊົ້າ 5/10, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່ວາບິ່ງ ໄຂງານວາງສະແດງແຜນທີ່ ແລະ ວາງສະແດງວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ດ້ວຍບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ” ຢູ້ຫໍວັດທະນະທຳແຂວງ ຮ່ວາບິ່ງ. ງານວາງສະແດງໄດ້ວາງສະແດງຫລາຍວັດຖຸເອກະສານ, ວັດຖຸພັນ, ສິ່ງພິມ ແລະ ແຜນທີ່ເກືອບ 100 ແຜນ ຊຶ່ງໄດ້ເຕົ້າໂຮມຈາກບັນດາແຫຼ່ງວັດຖຸເອກະສານທີ່ໄດ້ປະກາດແຕ່ກ່ອນມາຮອດປະຈຸບັນຂອງບັນດານັກຄົ້ນຄວ້າ, ນັກຮຽນຮູ້ຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນ ຢືນຢັນພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິທຳຢັ້ງຢືນພິສຸດໃຫ້ເຫັນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຢູ່ທະເລຕາເວັນອອກ. ໂດຍຜ່ານງານວາງສະແດງຄັ້ງນີ້, ເພື່ອນມິດສາກົນ, ໃນນັ້ນມີປະຊາຊົນ ຈີນ ເຂົ້າໃຈໄດ້ເຖິງຄວາມຈິງກ່ຽວກັບສະພາບທະເລຕາເວັນອອກປະຈຸບັນ, ກໍຄືເຂົ້າໃຈໄດ້ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ງານວາງສະແດງຈະດຳເນີນຮອດວັນທີ 9/10/2015 ຈຶ່ງອັດລົງ.