ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ”

(VOVWORLD) - ຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” ຂຶ້ນໃນວັນທີ 30 ສິງຫາ. ດ້ວຍຮູບພາບ, ເອກະສານ, ວັດຖຸພັນກ່ວາ 300 ຢ່າງ, ງານວາງສະແດງຍົກອອກ 3 ເນື້ອໃນ: 
ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” - ảnh 1 ພິທີໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ”

ຄວາມສາມັກຄີໃນການສູ້ຮົບລະຫວ່າງ 3 ປະເທດອິນດູຈີນໃນການຕໍ່ສູ້ຕ້ານ ຝຣັ່ງ (1945 - 1954), ຄວາມສາມັກຄີ 3 ປະເທດອິນດູຈີນໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ (1954 - 1975) ແລະ ພັດທະນານ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ (ແຕ່ປີ 1975 ມາຮອດປະຈຸບັນ). ທ່ານພົນຈັດຕະວາ ຫງວຽນຊວນນັງ ຜູ້ອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ໃຫ້ຮູ້ວ່າ:

        “ຈຸດພົ້ນເດັ່ນທີ່ສຸດຂອງງານວາງສະແດງຄັ້ງນີ້ ແມ່ນພວກຂ້າພະເຈົ້າໄດ້ແນະນຳກ່ຽວກັບຄວາມສາມັກຄີ, ການຮ່ວມສຳພັນສູ້ຮົບລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ສະແດງໃຫ້ເຫັນຜ່ານບັນດາການສູ້ຮົບໃຫຍ່ ຊຶ່ງ 3 ປະເທດ ໄດ້ສົມທົບກັນ ປະຕິບັດ. ງານວາງສະແດງຄັ້ງນີ້ ກໍ່ມີຄວາມໝາຍເພື່ອແນໃສ່ໂຄສະນາ, ແນະນຳເຖິງສາມັນຊົນກ່ຽວກັບສາຍພົວພັນ ຫວຽດນາມ - ລາວ - ກຳ ປູເຈຍ.

ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” - ảnh 2 ອະດີດເລຂາທິການໃຫຍ່ ເລຂາຟຽວ ເຂົ້າຮ່ວມພິທີ 
ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” - ảnh 3
ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” - ảnh 4
ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” - ảnh 5
ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” - ảnh 6

ງານວາງສະແດງແມ່ນການເຄື່ອນໄຫວແທດຈິງ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/07/1977 – 18/07/2017). 55 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017); 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳ ປູເຈຍ (24/06/1967 – 24/05/2017).

ຕອບກັບ

ຂ່າວ/ບົດ​ອື່ນ