ງານວາງສະແດງ 40 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”
ງານວາງສະແດງ “40 ປີແຫ່ງໄຊຊະນະຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ”
ພາບ:vietnamplus.vn
|
(vovworld) - ຕອນບ່າຍວັນທີ 11/12, ຢູ່ ຮ່າໂນ້ຍ, ໄດ້ໄຂງານວາງສະແດງ “40 ປີແຫ່ງໄຊຊະນະຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ”. ມີຮູບພາບເອກະສານອັນລ້ຳຄ່າ ເກືອບ 100 ແຜ່ນ, ງານວາງສະແດງໄດ້ແນະນຳໃຫ້ຜູ້ຊົມກ່ຽວກັບຈິດໃຈພິລະອາດຫານ, ເຈດຈຳນົງກ້າແກ່ນ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນ ນະຄອນຫລວງ ຮ່າໂນ້ຍ ໃນການທຳລາຍຢ່າງຮ້າຍແຮງຂອງເຮືອບິນ ອາເມລິກາ, ສ້າງເປັນຜົນງານອັນສະຫງ່າລາສີຂອງຍຸກສະໄຫມ. ງານວາງສະແດງ ຍັງແນະນຳໃຫ້ຜູ້ຊົມກ່ຽວກັບການບຸກໂຈມຕີດ້ວຍເຮືອບິນ B 52 ຂອງອາເມລິກາ ແລະ ການໂຕ້ຕອບຢ່າງຂ້ຽວຂາດຂອງກອງທັບ ແລະ ປະຊາຊົນນະຄອນຫລວງ ຮ່າໂນ້ຍ; ການບຸກໂຈມຕີ ແລະ ຈຳນວນລູກລະເບີດທີ່ອາເມລິກາ ນຳໃຊ້ເພື່ອທຳລາຍ ນະຄອນຫລວງ ຮ່າໂນ້ຍ ໃນ 12 ວັນ ແລະ ຄືນເມື່ອເດືອນ 12 ປີ 1972. ຄຽງຄູ່ກັນນັ້ນ ງານວາງສະແດງຍັງແນະນຳໃຫ້ຜູ້ຊົມກ່ຽວກັບໄຊຊະນະນ ຮ່າໂນ້ຍ ດ້ຽນບຽນຝູ ທາງອາດກາດດ້ວຍບັນດາຟີມເອກະສານທີ່ມີຊີວິດຊີວາ. ງານວາງສະແດງຍັງແນະນຳບັນດາຮູບພາບກ່ຽວກັບ ຮ່າໂນ້ຍ ທຸກວັນນີ້ ດ້ວຍການພັດທະນາກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ພາຍຫລັງ 40 ປີ ແຫ່ງວັນກອງທັບ ອາເມລິກາ ຖື້ມລະເບີດທຳລາຍນະຄອນຫລວງ ຮ່າໂນ້ຍ.