ງານໂຮມຊຸມນຸມມິດຕິງ ຕອບສະໜອງເດືອນ ກະທຳປ້ອງກັນ ແລະ ຕ້ານໂລກເອດ
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ
ຫງວຽນແທ່ງລອງ ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ
(ພາບ: internet) |
Vovworld- “ ມຸ່ງໄປສູ່ຈຸດໝາຍບໍ່ມີຜູ້ຕິດເຊື້ອແຮັດໄອວີ/ໂລກເອດ ” . ນີ້ແມ່ນຫົວຂໍ້ຂອງງານໂຮມຊຸມນຸມ ມິດຕິງຕອບສະໜອງເດືອນກະທຳແຫ່ງຊາດເພື່ອປ້ອງກັນ ແລະ ຕ້ານການຕິດເຊື້ອແຮັດໄອວີ/ໂລກເອດ ແລະ ວັນໂລກປ້ອງກັນ ແລະ ຕ້ານເຊື້ອແຮັດໄອວີ/ໂລກເອດ ປີ 2012 ຊຶ່ງຖືກ ຈັດຂຶ້ນ ຢູ່ ແຂວງເກີນເທີໃນວັນທີ 24/11. ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທ່ງລອງເນັ້ນໜັ້ກວ່າ: ຍຸດທະສາດແຫ່ງຊາດເພື່ອ ປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດຢູ່ຫວຽດນາມເຖິງປີ 2020 ແລະ ວິໄສທັດເຖິງປີ 2030 ໄດ້ຊີ້ອອກວ່າ ເຊື້ອແຮັດໄອວີ/ໂລກເອດ ຍັງຄົງແມ່ນມະຫາໄພທີ່ນາບຂູ່ຕໍ່ສຸຂະພາບ ແລະ ຊີວິດຂອງມະນຸດ. ຫວຽດນາມໄດ້ມານະພະຍາຍາມໃນຕະຫຼອດກ່ວາ 20 ປີ ທີ່ຜ່ານມາໃນກິດຈະການປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ ແລະ ສາມາດຍາດໄດ້ບັນດາໝາກຜົນທີ່ເປັນໜ້າຊົມຊື່ນ. ສ່ວນທ່ານ Tony E. Lisle ໄດ້ຢືນຢັນວ່າ ອົງການສະຫະປະຊາຊາດກ່ຽວກັບການປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ ປະຈຳຫວຽດນາມ ແລະ ອົງການສາກົນຕ່າງໆຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມໃນກິດຈະການສະກັດກັ້ນ ແລະ ຍູ້ຖອຍມະຫັນຕະໄພ ແຮັດໄອວີ/ໂລກເອດດ້ວຍທຸກມາດຕະການ.
ເນື່ອງໃນໂອກາດນີ້, ນະຄອນເກີນເທີກໍໄດ້ຍ້ອງຍໍຊົມເຊີຍບັນດາອົງການ, ຫົວໜ່ວຍ, ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງຫຼວງຫຼາຍໃນເຄືອຂ່າຍ ປ້ອງກັນ ແລະ ຕ້ານການຕິດເຊື້ອແຮັດໄອວີ/ໂລກເອດ ໃນໄລຍະທີ່ຜ່ານມາ. ໃນນັ້ນມີກຸ່ມເພື່ອນຮ່ວມງານຂອງມະຫາວິທະຍາໄລເກີນເທີ. ນັກສຶກສາເລແອງຄວາ ສັງກັດພະແນກຄຸ້ມຄອງດຳເນີນທຸລະກິດໃຫ້ຮູ້ວ່າ:
“ລາຍການມີຄວາມໝາຍທີ່ສຸດ, ບັນດາເພື່ອນທີ່ມາຮ່ວມໃນມື້ນີ້ ຈະເພີ່ມຄວາມເຂົ້າໃຈກ່ຽວກັບເຊື້ອແຮັດໄອວີ/ໂລກເອດ. ໃນເວລາທີ່ຈະເຖິງ, ພວກນ້ອງຈະມີລາຍການສະແດງຊຸດອາພອນດ້ວຍຫົວເລື່ອງເຊື້ອແຮັດໄອວີ, ເພື່ອໃຫ້ເຂົາເຈົ້າຫຼຸດຜ່ອນການລັງກຽດ ເພື່ອພາໄປເຖິງວົງຄະນະຍາດທີ່ຈຳກັດຜູ້ຕິດເຊື້ອ ແຮັດໄອວີ ”
ສ່ວນນາງ ຮີ່ງທິເທີມ ຕ່າງໜ້າໃຫ້ບັນດາ ຜູ້ຕິດເຊື້ອແຮັດໄອວີ ທີ່ຕັ້ງໜ໊າເຂົ້າຮ່ວມໃນຂະບວນການໃຫ້ຮູ້ວ່າ :
“ ນ້ອງສາມາດຊ່ວຍບັນດາເພື່ອນທີ່ມີສະພາບການຄືນ້ອງ. ນ້ອງໄດ້ແນະນຳໃຫ້ເພື່ອນຫຼາຍຄົນໄປຫາແພດໝໍເພື່ອກວດພະຍາດ. ນ້ອງຮູ້ສຶກດີໃຈເພາະວ່າໄດ້ຊ່ວຍຫຼາຍຄົນ ແລະ ວົງຄະນະຍາດ ”