(vovworld) – ຕອນເຊົ້າວັນທີ 02/02, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03/02/1930 – 03/02/2015). ເຂົ້າຮ່ວມງານໂຮມຊຸມນຸມມີບັນດາການນຳຂັ້ນສູງຂອງພັກ, ລັດ, ອະດິດການນຳຂັ້ນສູງພັກ, ລັດ, ບັນດາສະມາຊິກພັກ ພ້ອມກັບຜູ້ຕາງໜ້າປະຊາຊົນທຸກຊັ້ນວັນນະນະຄອນຫຼວງຮ່າໂນ້ຍ.
ໃນບົດກ່າວໄປໄສທີ່ງານໂຮມຊຸມນຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ, ພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງເມື່ອວັນທີ 03/02/1930 ແມ່ນເຫດການປະຫວັດສາດສຳຄັນຍິ່ງຂອງຊາດຫວຽດນາມ.
“ພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງ, ແມ່ນບາດລ້ຽວອັນໃຫຍ່ຫຼວງໃນປະຫວັດສາດຂອງການປະຕິວັດຫວຽດນາມ, ເປັນຂີດໝາຍອັນສະຫງ່າລາສີບົນເສັ້ນທາງພັດທະນາຂອງຊາດຫວຽດນາມ. ພັກໄດ້ຊີ້ນຳການປະຕິວັດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ການທົດສອບນາໆປະການ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເລື່ອງ, ບໍ່ມີກຳລັງໃດສາມາດກີດຂວາງໄດ້. ພາຍໃຕ້ການຊີ້ນຳນຳພາຂອງພັກ ປະຊາຊົນຫວຽດນາມ ໄດ້ສ້າງຜົນງານຫຼາຍຢ່າງໃນສະຕະວັດທີ 20 ເຊິ່ງຈຸດຍອດແມ່ນໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ໄຊຊະນະຂອງບັນດາການຕໍ່ຕ້ານປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ, ຍາດໄດ້ໄຊນະນະໃນພາລະກິດປ່ຽນໃໝ່, ກ້າວຂຶ້ນສັງຄົມນີ້ຍົມຢ່າງໝັ້ນຄົງ”.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງພຶດຕິກຳຕົວຈິງທີ່ອຸດົມສົມບູນຂອງການປະຕິວັດຫວຽດນາມ ໃນຕະຫຼອດ 85 ປີຜ່ານມາ ໄດ້ພິສູດໃຫ້ເຫັນວ່າ ໃນວິວັດການຊີ້ນຳນຳພາການປະຕິວັດ, ພັກ ໄດ້ຮັບການຫຼໍ່ຫຼອມ, ທົດຊອບ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ມີບົດຮຽນຫຼາຍຢ່າງເພື່ອນັບມື້ນັບສົມກັບບົດບາດ ແລະ ໜ້າທີ່ຊີ້ນຳການປະຕິວັດ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ມີແຕ່ໄປຕາມເສັ້ນທາງປະຕິວັດເຊິ່ງພັກ ແລະ ປະທານໂຮ່ຈິມິນ ໄດ້ເລືອກເຟັ້ນນັ້ນ ການປະຕິວັດຫວຽດນາມ ຈຶ່ງຍາດໄດ້ໄຊຊະນະຢ່າງສິນເຊິງ, ປະເທດຫວຽດນາມ ຈຶ່ງຍາດໄດ້ເອກະລາດ, ຊາດຫວຽດນາມ ຈຶ່ງມີຄວາມເສລີ, ປະຊາຊົນຫວຽດນາມ ນັບມື້ນັບມີຊີວິດອີ່ມໜຳສຳລານ, ມີຄວາມຜາສຸກ. ກ່ຽວກັບໜ້າທີ່ໃນໄລຍະປະຈຸບັນຂອງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີແຈ້ງວ່າ.
“ປະຈຸບັນ, ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນທຸກຊັ້ນວັນນະ ພວມອອກແຮງສູ້ຊົນຍູ້ແຮງພາລະກິດປ່ຽນໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສາໄໝ, ພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນີ້ຍົມ, ເປີດປະຕູເພື່ອເຊື່ຶອມໂຍງເຂົ້າກັບສາກົນ, ຜັນຂະຫຍາຍໜ້າທີ່ຍຸດທະສາດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນີ້ຍົມ, ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.”
ທ່ານເລຂາທິການໃຫຍ່ ກໍ່ໃຫ້ຮູ້ວ່າ, ໃນປີ 2015, ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນຕ້ອງມານະພະຍາຍາມສູ້ຊົນຢ່າງແຮງ ເພື່ອປະຕິບັດໜ້າທີ່ທີ່ໄດ້ວາງອອກຢ່າງມີໄຊ. ໃນນັ້ນຈຸດສຸມແມ່ນເອົາໃຈໃສ່ສູ້ຊົນປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມຢ່າງສູງສຸດ; ຮັກສາເອກະລາດ, ປະຊາທິປະໄຕ ແລະ ສະພາບແວດລ້ອມແຫ່ງສະຖຽນລະພາບ ເພື່ອພັດທະນາປະເທດຊາດ…