ຈັດການກວດ,ປິ່ນປົວພະຍາດໂດຍບໍ່ເກັບຄ່າສຳລັບບັນດາເປົ້າໝາຍນະໂຍບາຍ,ຜູ້ມີຄຸນງາມຄວາມດີ

(VOVWORLD) -ແຂວງກວາງນິງ ພ້ອມກັບກຳລັງແພດໝໍຮາກຖານໄດ້ຈັດການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີຢູ່ເທດສະບານກວາງອຽນ
ຈັດການກວດ,ປິ່ນປົວພະຍາດໂດຍບໍ່ເກັບຄ່າສຳລັບບັນດາເປົ້າໝາຍນະໂຍບາຍ,ຜູ້ມີຄຸນງາມຄວາມດີ - ảnh 1(ກວດ,ປິ່ນປົວພະຍາດໂດຍບໍ່ເກັບຄ່າສຳລັບບັນດາເປົ້າໝາຍນະໂຍບາຍ,ຜູ້ມີຄຸນງາມຄວາມດີ)

ເພື່ອມຸ່ງໄປເຖິງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ), ໃນວັນທີ 07 ກໍລະກົດ, ສະມາຄົມການແພດພື້ນເມືອງນະຄອນຮ່າໂນ້ຍ ແລະ ສະມາຄົມການແພດພື້ນເມືອງເທດສະບານກວາງອຽນ, ແຂວງກວາງນິງ ພ້ອມກັບກຳລັງແພດໝໍຮາກຖານໄດ້ຈັດການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີຢູ່ເທດສະບານກວາງອຽນ, ແຂວງກວາງນິງ ກວ່າ 200 ຄົນ. ທ່ານ ເລືອງຊວນກວ໊ຽດ, ອະດີດນັກຮົບເກົ່າຕາແສງ ຕ່ຽນອານ, ສະແດງຄວາມໃນໃຈວ່າ.

        “ມານີ້ໄດ້ຮັບການກວດພະຍາດ ແລະ ຮັບຢາໂດຍບໍ່ເສຍຄ່າ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະ ຂໍຂອບໃຈພັກ, ລັດ, ຂະແໜງສາທາລະນະສຸກ. ນອກນີ້, ພວກຂ້າພະເຈົ້າຍັງໄດ້ຮັບຂອງຂວັນອັນນ້ອຍໆແຕ່ມີຄວາມໝາຍທີ່ສຸດ”.

        ເມື່ອແບ່ງປັນກ່ຽວກັບບັນດາຈຸດໃໝ່ຂອງການເຄື່ອນໄຫວກວດ, ປິ່ນປົວພະຍາດໃນປີນີ້, ທ່ານ ເຈິ່ນຕ໊ຽນທຽນ, ປະທານສະມາຄົມການແພດພື້ນເມືອງເທດສະບານກວາງອຽນ, ໃຫ້ຮູ້ວ່າ.

        “ໃນໂອກາດວັນທີ 27 ກໍລະກົດ ແຕ່ລະປີ, ສະມາຄົມການແພດພື້ນເມືອງເທດສະບານກວາງອຽນ ລ້ວນແຕ່ມີແຜນການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ບັນດາຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ. ໃນທຸກປີໄດ້ຈັດຢູ່ບັນດາຕາແສງ, ບ້ານ, ແຕ່ໃນປີນີ້ ພວກຂ້າພະເຈົ້າໄດ້ຈັດຕັ້ງລວມຂອງທົ່ວເທດສະບານ ເພື່ອທັງໃຫ້ຄຳປຶກສາດ້ານສຸຂະພາບ, ທັງກວດ, ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາໃຫ້ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ”.

        ແລະກໍ່ໃນວັນດຽວກັນ, ໂຮງໝໍແບັກມາຍ ກໍ່ໄດ້ຈັດການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ ແລະ ຜູ້ສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ວັນລິ໊, ເມືອງ ລິ໊ເຍີນ, ແຂວງຮ່ານາມ.

ຕອບກັບ

ຂ່າວ/ບົດ​ອື່ນ