ຈັດຕັ້ງການປະຕິບັດກົດໝາຍວ່າດ້ວຍທີ່ດິນປີ2013ເປັນຢ່າງດີ
ທ່ານລັດຖະມົນຕີ ຫງວຽນມິງກວາງ
(ພາບ: chinhphu.vn)
(vovworld) – ຈັດຕັ້ງການປະຕິບັດກົດໝາຍວ່າດ້ວຍທີ່ດິນປີ 2013 ເປັນຢ່າງດີ - ນັ້ນແມ່ນຄຳຢືນຢັນຂອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຫງວຽນມິງກວາງ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ” ໃນວັນທີ 6/7.
ທ່ານລັດຖະມົນຕີ ຫງວຽນມິງກວາງ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍທີ່ດິນຊຶ່ງສະພາແຫ່ງຊາດຊຸດທີ 13 ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6, ມີຜົນສັກສິດນັບແຕ່ວັນທີ 1/7/2014 ເປັນຕົ້ນໄປ. ດ້ວຍບົດບາດເປັນອົງການເສນາທິການຊ່ວຍລັດຖະບານກ່ຽວກັບການຄຸ້ມຄອງທີ່ດິນ, ມາຮອດປະຈຸບັນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ຍື່ນສະເໜີຕໍ່ນາຍົກລັດຖະມົນຕີປະກາດໃຊ້ຄຳສັ່ງກ່ຽວກັບຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍທີ່ດິນ. ກ່ຽວກັບບັນດາຈຸດໃໝ່ທີ່ສຳຄັນຂອງກົດໝາຍວ່າດ້ວຍທີ່ດິນປີ 2013, ທ່ານລັດຖະມົນຕີ ຫງວຽນມິງກວາງ, ໃຫ້ຮູ້ວ່າ:
“ກົດໝາຍວ່າດ້ວຍທີ່ດິນປີ 2013 ໄດ້ສືບທອດບັນດາຂໍ້ກຳນົດທີ່ເໝາະສົມກັບພຶດຕິກຳຕົວຈິງ, ພ້ອມທັງເພີ່ມເຕີມຈຸດໃໝ່ທີ່ສຳຄັນຫຼາຍຢ່າງເພື່ອແນໃສ່ຮັບປະກັນການປອງດອງກ່ຽວກັບຜົນປະໂຫຍດຂອງລັດ, ຜູ້ນຳໃຊ້ທີ່ດິນ ແລະ ນັກລົງທຶນ. ກົດໝາຍກໍ່ໄດ້ກຳນົດເງື່ອນໄຂກ່ຽວກັບການຊົດເຊີຍທ່ີດິນ, ຊົດເຊີຍຄ່າໃຊ້ຈ່າຍລົງທຶນໃນເນື້ອທີ່ດິນ... ເອົາໃຈໃສ່ເຖິງການຫາເງິນລ້ຽງຊີບໃຫ້ຜູ້ມີທີ່ດິນຖືກຖອນຄືນ... ກົດໝາຍກໍ່ກຳນົດລາຄາທີ່ດິນລະອຽດໂດຍຄະນະກຳມະການປະຊາຊົນຂັ້ນແຂວງກຳນົດ, ກຳນົດບົດບາດຂອງການທີ່ປຶກສາໃນການກຳນົດລາຄາທີ່ດິນເພື່ອຮັບປະກັນລັກສະນະພາວະວິໄສ.”