ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 10/4 ຢູ່ ຫລາຍທ້ອງຖິ່ນເຂດທົ່ງພຽງແມ່ນນຳ້ຂອງພາກໃຕ້ຫວຽດນາມ ຊື່ງແມ່ນເຂດທີ່ມີຊາວເຜົ່າຂະແມດຳລົງຊີວິດເປັນຈຳນວນຫລວງຫລາຍ ໄດ້ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດບຸນປີໃຫມ່ Chol Chnam Thmay 2014. ຢູ່ແຂວງ ຊອກຈັງ, ມີຜູ້ແທນກວ່າ 200 ທ່ານ ຊື່ງແມ່ນພະມະຫານອາຈານ, ພະອາຈານ, ພະນັກງານຊື່ງແມ່ນຊາວເຜົ່າຂະແມ, ຄອບຄົວທະຫາຍເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ.. ໄດ້ເຂົ້າຮ່ວມຢ່າງພ້ອມພຽງເນື່ອງໃນໂອກາດບຸນປີໃຫມ່ Chol Chnam Thmay 2014. ທ່ານ ເລີມມີງລຽນ, ຫົວຫນ້າຄະນະຊົນເຜົ່າແຂວງ ຈາວີງ ໃຫ້ຮູ້ວ່າ: “ແຕ່ລະປີ, ແຂວງ ຈາວີງ ລ້ວນແຕ່ຈັດຕັ້ງການພົບປະສັງສັນ, ຈັດຕັ້ງຄະນະລົງຢື້ຢາມຖາມຂ່າວ, ອວຍພອນປີໃຫມ່ຢູ່ວັດວາອາຮາມ, ຄອບຄົວໃນເປົ້າໝາຍນະໂຍບາຍ. ໂດຍມີຄວາມເອົາໃຈໃສ່ຈາກລັດ ແລະ ແຂວງ ຈາວີງ ໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນຊາວເຜົ່າຂະແມ ນັບມື້ນັບຍົກສູງຂຶ້ນ, ໂສມຫນ້າຊົນນະບົດນັບມື້ນັບດີກວ່າເກົ່າ.”ຕອນເຊົ້າໃນວັນດຽວກັນ, ຢູ່ນະຄອນ ເກີນເທີ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຢູ່ ນະຄອນ ເກີນເທີ ໄດ້ຈັດຕັ້ງການພົບປະສັງສັນກັບພະສົງສຳມະເນນ, ພະນັກງານເຮັດວຽກງານຊົນເຜົ່າ ແລະ ຄອບຄົວໃນເປົ້າໝາຍນະໂຍບາຍ ເນື່ອງໃນໂອກາດບຸນປີໃຫມ່ Chol Chnam Thmay 2014.