ຈັດຕັ້ງບັນດາການເຄື່ອນໄຫວຢ່າງຟົດຟື້ນມ່ວນຊືນ ເພື່ອສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
(VOVWORLD) -ຕອນບ່າຍວັນທີ 03 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ໄວໜຸ່ມນະຄອນ ໂຮ່ຈີມິນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ”.
ທ່ານ ຟ້າມຮົ່ງເຊີນ ເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກ່າວຄໍາເຫັນໄຂການໂອ້ລົມສົນທະນາ (ພາບ: tuoitre.vn) |
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (3/2/1930 – 3/2/2020), ຕອນບ່າຍວັນທີ 03 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ໄວໜຸ່ມນະຄອນ ໂຮ່ຈີມິນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ”. ຢູ່ຮ່າໂນ້ຍ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊຶເທີດ ກໍໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ແນວຄິດປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງ ແລະ ປັບປຸງພັກ”. ເພື່ອໃຫ້ສະມາຊິກພັກຜູ້ໜຸ່ມແໜ້ນ ຫວນຄືນມູນເຊື້ອອັນສະຫງ່າອົງອາດຂອງພັກ ກອມມູນິດຫວຽດນາມ ໃນ 90 ປີຜ່ານມາ, ຕອນຄໍ່າວັນທີ 3 ມັງກອນ, ຄະນະຊາວໜຸ່ມແຂວງ ຝູອຽນ ໄດ້ຈັດຕັ້ງເວທີປາໄສ “ໄວໜຸ່ມຝູອຽນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ” ເຊັ່ນດຽວກັນ. ສ່ວນຢູ່ແຂວງດັກນົງ, ໃນວັນດຽວກັນ ກໍໄດ້ຈັດຕັ້ງງານພົບປະສັງສັນ ສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.