ຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທາງອອນລາຍ ປີ 2020
(VOVWORLD) - ໂຄງການວັນບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກໄດ້ຈັດຕັ້ງຂຶ້ນນັບແຕ່ປີ 2015, ໂດຍນັກວິທະຍາສາດ, ປັນຍາຊົນ, ການນຳສະມາຄົມຊາວ ຫວຽດນາມ ອາໄສຢູ່ 7 ປະເທດບາງທ່ານສ້າງຕັ້ງ.
ຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທາງອອນລາຍ ປີ 2020
|
ເນື່ອງໃນໂອກາດວັນບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ປີ 2020 ໄລ່ຕາມຈັນທະປະຕິທິນ), ໂຄງການວັນບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກ (ຍຸດທະສາດສົມທົບກັນຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງ ແລະ ວັນຫວຽດນາມ ທົ່ວໂລກ) ຈັດຕັ້ງ “ວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທົ່ວໂລກ ທາງອອນລາຍ”. ເຫດການດັ່ງກ່າວໄດ້ຈັດຕັ້ງ ແນໃສ່ປະຕິບັດພາລະກຳມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງຄວາມສະຫນິດຕິດພັນໃນປະຊາຊົນ ແລະ ສ້າງນ້ຳໃຈຮັກແພງຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຕໍ່ກັບປະເທດຊາດ.
ໂຄງການວັນບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກໄດ້ຈັດຕັ້ງຂຶ້ນນັບແຕ່ປີ 2015, ໂດຍນັກວິທະຍາສາດ, ປັນຍາຊົນ, ການນຳສະມາຄົມຊາວ ຫວຽດນາມ ອາໄສຢູ່ 7 ປະເທດບາງທ່ານສ້າງຕັ້ງ.