ຈັດຕັ້ງເວທີປາໄສຄູ່ຮ່ວມມືພັດທະນາປີ2015

ຈັດຕັ້ງເວທີປາໄສຄູ່ຮ່ວມມືພັດທະນາປີ2015 - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ)

(vovworld) – ​​ ​ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້ຕົກລົງ​ຈັດ​ຕັ້ງ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ປີ 2015 (VDPF 2015). ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ມອບ​ໝາຍໃຫ້​ກະຊວງ​ແຜນການ ​ແລະ ການລົງທຶນ ກະກຽມ​​ເນື້ອ​ໃນລະອຽດ​, ສຸມ​ໃສ່​ບັນດາ​ບັນຫາ ຫວຽດນາມ ພວມ​​ເອົາ​ໃຈ​ໃສ່ ​ແລະ ຢາກ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ໃນ​ສະພາ​ວະ​ພວມ​ກະກຽມ ​ແລະ ຜັນ​ຂະຫຍາຍ​ການເຊື່ອມ​ໂຍງ​​​ໃນ​ໄລຍະ 2016 – 2020 ຢ່າງ​​ເລິກ​ເຊິ່ງ ກ້ວາງ​ຂວາງ ​ແລະ ​ແທດ​ຈິງ. ທ່ານ​ນາຍົກລັດຖະມົນຕີ ຈະ​ເຂົ້າ​ຮ່ວມ ​ແລະ ​ເຈລະຈາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຢູ່​ເວທີ​ປາ​ໄສ VDPF 2015. ​ເວທີ​ປາ​ໄສ VDPF ​ແມ່ນ​ເວທີ​ປາ​ໄສ​ສົນທະນາ​ກ່ຽວ​ກັບນະໂຍບາຍຂັ້ນ​ສູງ, ສ້າງ​ເງື່ອນ​ໄຂ​ປຶກສາ​ຫາລື​ນະ​ໂຍບາຍລະຫວ່າງ​ລັດຖະບານ ຫວຽດນາມ, ບັນດາ​ນັກ​ອຸປະຖຳ, ພາກ​ເອກະ​ຊົນ, ບັນດາ​ອົ​ງການຈັດ​ຕັ້ງ​ສັງຄົມພົນລະ​ເຮືອນສາກົນ ​ແລະ ຢູ່ພາຍ​ໃນ​ປະ​ເທດ, ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ພາຍ​ໃນ​ປະ​ເທດ ​ແລະ ພາກສ່ວນ​ອື່ນໆ​ທີ່​ກ່ຽວຂ້ອງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ພັດທະນາ​ເສດຖະກິດ - ສັງຄົມ​ຮອບດ້ານ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​​ແກ່ປະຊາຊົນ ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ