ຈຸດນັດພົບຂອງບັນດາກອງປະຊຸມທ່ອງທ່ຽວສົມທົບກັບກອງປະຊຸມ, ກອງປະຊຸມສຳມະນາ
ຜູ້ຕາງໜ້າຂະແໜງທ່ອງທ່ຽວ ດ່ານັ້ງ, ກວາງນາມ ຕອບຄຳຖາມຂອງບັນດາບໍລິສັດທ່ອງທ່ຽວ
|
(vovworld) - ໃນລະຫວ່າງວັນທີ 23 -27/3, ຄະນະຜູ້ແທນ Famtrip ລວມມີຜູ້ຕາງໜ້າວິສາຫະກິດທ່ອງທ່ຽວທີ່ມີອິດທິພົນຊື່ສຽງຂອງນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ກ່ວາ 30 ແຫ່ງ ໄດ້ໄປສຳຫຼວດບັນດາຜະລິດຕະພັນບໍລິການທ່ອງທ່ຽວຢູ່ນະຄອນ ດ່ານັ້ງ ແລະ ໂຮ້ຍອານ, ແຂວງ ກວາງນາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ 2 ທ້ອງຖິ່ນນີ້ແນະນຳຜະລິດຕະພັນການບໍລິການທ່ອງທ່ຽວໃໝ່ກ່ຽວກັບວັດທະນະທຳ, ກິລາ, ໂຄສະນາບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນຂອງຫຼາຍຮູບແບບທ່ອງທ່ຽວສົມທົບກັບການຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາ. ທ່ານ ເລືອງຢູຍເງີນ, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Newstar Tour ຖືວ່າ:
“ເມື່ອເວົ້າເຖິງພາກກາງ, ດ່ານັ້ງ, ກວາງນາມ ແລ້ວ, ຕະຫລາດກອງປະຊຸມທ່ອງທ່ຽວສົມທົບກັບກອງປະຊຸມ, ກອງປະຊຸມສຳມະນາ (MICE) ປະຈຸບັນ ເກືອບຄືວ່າ ແມ່ນຈຸດນັດພົບທີ່ດີຢູ່ໃນຂົງເຂດນີ້, ບັນດາການບໍລິການຮັບໃຊ້ໃຫ້ຕະຫຼາດ MICE ມີຄວາມປອດໄພທີ່ສຸດ ນັບທັງດ້ານການບໍລິການ ແລະ ຄວາມສະມາດໃນການສະໜອງ, ມີຄວາມສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ, ນັບແຕ່ບັນດາຄະນະມີແຂກທ່ອງທ່ຽວເກືອບພັນຄົນ. ພິເສດ, ໄລຍະຈະມາເຖິງ, ນະຄອນ ດ່ານັ້ງ ໄດ້ສ້າງຕັ້ງສູນກອງປະຊຸມຢູ່ເຂດ Furama Resort ສາມາດຮັບໃຊ້ແຂກໄດ້ເຖິງ 3.500 ຄົນໃນພາບດຽວກັນ. ນີ້ແມ່ນບັນດາຈຸດພົ້ນເດັ່ນໃນປີ 2017.”