ຈັດ​ສົ່ງ​ພົນລະ​ເມືອງ​ ຫວຽດນາມ ອາ​ໄສຢູ່ ຍີ່​ປຸ່ນ ກວ່າ 350 ຄົນ ກັບ​ເມືອ​ປະ​ເທດ

(VOVWORLD) - ວັນທີ 14 ສິງຫາ, ບັນດາອົງການມີໜ້າທີ່ຂອງຫວຽດນາມ ໄດ້ສົມທົບກັບບັນດາອົງການມີໜ້າທີ່ຂອງ ຍີ່ປຸ່ນ ຈັດຖ້ຽວບິນນໍາສົ່ງພົນລະເມືອງ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ. 
ຈັດ​ສົ່ງ​ພົນລະ​ເມືອງ​ ຫວຽດນາມ ອາ​ໄສຢູ່ ຍີ່​ປຸ່ນ ກວ່າ 350 ຄົນ ກັບ​ເມືອ​ປະ​ເທດ - ảnh 1 ພົນລະເມືອງ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ

       ພາຍຫຼັງເຮືອບິນລໍາດັ່ງກ່າວລົງຈອດຢູ່ສະໜາມບິນສາກົນ ກາມແຣງ, ຜູ້ໂດຍສານໃນເຮືອບິນດັ່ງກ່າວໄດ້ກວດສຸຂະພາບ ແລະ ປະຕິບັດການແຍກຕົວຢ່າງຖືກຕ້ອງຕາມຂໍ້ກໍານົດ. ໃນໄລຍະຈະມາເຖິງ, ເລື່ອງຈັດສົ່ງພົນລະເມືອງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດກັບເມືອປະເທດ ຈະໄດ້ຈັດຕາມຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ ແລະ ເໝາະສົມກັບສະພາບການໂລກລະບາດ ແລະ ກໍາລັງຄວາມສາມາດການແຍກຕົວຢູ່ພາຍໃນປະເທດ. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ