ຈຸດໝາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະ

ຈຸດໝາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ລົງ​ຢ້ຽມຢາມ​ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ນການ​ປະມົງ ຫວຽດນາມ

(vovworld) – ຈຸດໝາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ​ຫວຽດນາມ​ ແມ່ນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທະ​ເລ,ໝູ່​ເກາະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ສິ່ງ​ດັ່ງກ່າວ​ເມື່ອ​ລົງ​ຢ້ຽມຢາມ​ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ນການ​ປະມົງ ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 1/7 ຢູ່​ຮ່າ​ໂນ້ຍ. ​ທ່ານ​ປະທານ​ປະ​ເທດ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ ​ໃນ 2 ​ເດືອນ​ຜ່ານ​ມາ​ມີ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ທຸກ​ໆ​ຄວາມ​ລຳບາກ​ກາດ​ກຳຫຼາຍ​ຢ່າງ​ເພື່ອ​ປະຕິບັດ​ສຳ​​ເລັດທຸກໆ​ໜ້າ​ທີ່​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ, ກຳລັງ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ​ບໍ່​ພຽງ​ແຕ່​ປະຕິບັດ​ໜ້າ​ທີ່​ປົກ​ປ້ອງ​ຊາວ​ປະມົງຕິດ​ພັນ​ກັບ​ທະ​ເລ, ປົກ​ປ້ອງ​ການ​ເຄື່ອນ​ໄຫວ​​ເສດ​ຖະ​ກິດ, ສຳ​ຫຼວ​ດນ້ຳມັນ​ອາຍ​ແກຼດຢູ່​ທະ​ເລ, ຕ້ານ​ການ​ຂາຍ​ເຖື່ອນ​ໃນ​ທະ​ເລ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ ຫາກ​ໃນ​ເກືອບ 2 ​ເດືອນ​ຜ່ານ​ມາ, ​ໄດ້​ຢືດໝັ້ນ, ​ເດັດດ່ຽວ​ໃນ​ການ​ຕໍ່ສູ້​ບັງຄັບ​ໃຫ້ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ທະ​ເລ ຫວຽດນາມ.​ ທ່ານ​ປະທານ​ປະ​ເທດ ​ເອົາ​ໃຈ​ໃສ່​ວ່າ: ນີ້​ແມ່ນ​ວຽກ​ງານ​ໜັກໜ່ວງ​ທີ່​ສຸດ ​ແລະ ມີ​ລັກສະນະ​ສັບສົນ, ຍາວ​ນານ, ດັ່ງ​ນັ້ນ, ບັນດາ​ກຳລັງ​ຕ້ອງ​ເປັນ​ເຈົ້າ​ການ​ກະກຽມ​ທຸກໆ​ວິທີ​ການ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າພັກ ​ແລະ ລັດ ຍາມ​​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ​ປະຕິບັດ​ໜ້າ​ທີ່​ສຳ​ເລັດ​ຜົນ. ທ່ານ​ກ່າວ​ວ່າ:

ຈີນ​ຍາມ​ໃດ​ກໍ່​ໂຄສະນາ​ວ່າ​ກຳ່​ປັ່ນ​ຫວຽດນາມ​ຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຈີນ, ​ເປັນ​ຫຍັງ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ໄດ້​ວ່າ​ກຳ່​ປັ່ນ​ຂອງ​ຫວຽດນາມ​ນ້ອຍ​ກວ່າ​, ກຳລັງ​ແຮງ​ນ້ອຍ​ກວ່າ​, ເຮັດ​ແນວ​ໃດ​ຈຶ່ງຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຈີນ​ໄດ້. ກຳ່​ປັ່ນ​ຂອງ​ຫວຽດນາມ​ກໍ່​ບໍ່​ເຄີຍ​ສິດ​ນ​ຳ້ດ້ວຍ​ທໍ່​ສີດ​ນຳ້​ຂະໜາດ​ໃຫຍ່ໃສ່​ກຳ່​ປັ່ນ​ຂອງ​ຈີນ​​ເທື່ອ, ​ໃນ​ຂະນະ​ນັ້ນກຳ່​ປັ່ນ​ຂອງ​ຈີນ​ຍາມ​ໃດ​ກໍ່ຖື​ເບົາ​ຊີວິດ​ອີນຊີ​ຂອງ​ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ ​ແລະ ຊາວ​ປະມົງ​ຫວຽດນາມ. ຂ້າພະ​ເຈົ້າ​ຫວັງ​ວ່າ​ປະຊາຊົນ​ຈີນ​ຈະ​ເຂົ້າ​ໃຈຄວາມ​ຈິງ​ດັ່ງກ່າວ. ປະຊາຊົນ​ຫວຽດນາມ​ຮັກຫອມ​ສັນຕິພາບ, ລະງັບ​ໃຈ… ກໍ່​ເພື່ອ​ສັນຕິພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ນີ້. ຂ້າພະ​ເຈົ້າ​ຂໍ​ຢືນຢັນ​ຈຸດໝາຍ​ທີ່​ບໍ່​ປ່ຽນ​ແປງ​ຂອງ​ຫວຽດນາມ​ແມ່ນ​ປົກ​ປັກ​ຮັກສາອະທິປະ​ໄຕທະ​ເລ​ຂອງ​ຕົນ


ຂ່າວ/ບົດ​ອື່ນ