ຈຸດໝາຍຫລຸດຜ່ອນ ຄວາມທຸກຍາກໄລຍະ 2011-2015 ຕິດພັນກັບຊີວິດ ສັງຄົມ


ຈຸດໝາຍຫລຸດຜ່ອນ ຄວາມທຸກຍາກໄລຍະ 2011-2015 ຕິດພັນກັບຊີວິດ ສັງຄົມ - ảnh 1
(ພາບປະກອບ: vov)

 (vovworld)- ວັນ​ທີ 28/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ໝາກຜົນ​ບົດ​ລາຍ​ງານສັງ​ລວມການ​ຕີ​ລາຄາ​ກາງ​ສະ​ໄໝ ຈຸດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2011-2015.

  ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການວາງ​ອອກ​ໃນ​ໄລຍະຈະ​ມາ​ເຖິງ​ເພື່ອ​ແນ​ໃສ່​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ມີ​ປະສິດທິ​ຜົ​ນກ່ວາ. ທີ່ກອງ​ປະຊຸມ​ສຳ​ມະ​ນາ​, ທ່ານຫງວຽນຈ້ອງ​ດ່າ​ມ, ຮອງລັດຖະ ມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ: ພ້ອມ​ກັບ​ການ​ສ້າງ​ນະ​ໂຍບາຍ​ໃຫ້​ໄລຍະ​ຈະ​ມາ​ເຖິງ, ການ​ຫລຸດ​ຜ່ອນ​ຄວາມ​ທຸ​ກຍາກ​ຕອ້ງ​ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ:

   “ຄະນະ​ຊີ້​ນຳ​ສູນ​ກາງ​ຮຽກຮ້ອງ​ວ່າ: ​ແຕ່​ນີ້​ຮອດ​ປີ 2015, ຕ້ອງ​ສຸມ​ໃສ່​ຊອກ​ຫາ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຂ້າງ ​ແລະ ​ເອກະ​ພາບ​ກັນ​​ເພື່ອເຮັດ​ແນວ​ໃດ​ຮັບປະກັນ​ໃຫ້​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ເໝະສົມ​ກັບ​ແຕ່ລະ​ເຂດ​ພາກ, ​ແຕ່​ລະ​ກຸ່ມ​ຄົນ​ທຸກ​ຍາກ​ທີ່​ແຕກ​ຕ່າງກັນ“./.

ຂ່າວ/ບົດ​ອື່ນ