( vovworld ) – ທີ່ກອງປະຊຸມຂັ້ນສູງ 3 ຝ່າຍຄັ້ງທີ 5 ຊື່ງຈັດຂຶ້ນໃນວັນທີ 13/5 ຢູ່ປັກກີງ ປະເທດຈີນນັ້ນ, ຈີນ-ຍີ່ປຸ່ນ-ສເກົາຫຼີ ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ແລະ ເຫັນດີເປັນເອກະສັນໂດຍຖືວ່າ ການທົດລອງນິວເຄຼຍຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ແມ່ນບໍ່ສາມາດຮັບຮູ້ໄດ້. ປະທານາທິບໍດີສເກົາຫຼີ Lee Myung Bak ໃຫ້ຮູ້ວ່າ: 3 ປະເທດໄດ້ເຫັນດີເປັນເອກະສັນນຳກັນວ່າ ຈະບໍ່ຮັບຮູ້ເຫດການທົດລອງນິວເຄຼຍຄັ້ງໃດໆອີກ ຫຼືການກະທຳເກາະຜິດໃດໆອີກຈາກຝ່າຍ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ. ສ່ວນທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ຖືວ່າ 3 ປະເທດຕ້ອງສະກັດກັ້ນທຸກໆການກະທຳເກາະຜິດຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໃນອະນາຄົດ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 3 ປະເທດກ່ຽວກັບບັນຫານີ້. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີຈີນເວີນເຈຍປາວ ເນັ້ນໜັກວ່າ: ທຸກໆຝ່າຍຕ້ອງລະງັບໃຈ ແລະ ສະແດງໃຫ້ເຫັນເຈດຕະນາດີເພື່ອແກ້ໄຂການປະທະກັນ ແລະ ກັບຄືນສູ່ວິວັດການເຈລະຈາ, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຄວາມມານະພະຍາຍາມປອດນິວເຄຼຍໃນແຫຼມເກົາຫຼີຜ່ານການເຈລະຈາ 6 ຝ່າຍ.