ຈີນຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ

ຈີນຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ - ảnh 1
(ທ່ານ ດັ້ງ​ມິ​ງຄອຍ ແລະ ພະນັກງານ, ພາລະກອນ
ສະຖານທູດ ຫວຽດນາມ ປະຈຳ ຈີນ)

(vovworld) – ຕອນ​ບ່າຍ​ວັນ​ທີ 14/12, ຢູ່ຫໍ​ສະພາປະຊາຊົນ ປັກ​ກິ່ງ, ຈີນ, ທ່ານ ດັ້ງ​ມິ​ງຄອຍ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ປະຈຳ ຈີນ ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຢືນຢັນ​ວ່າ: ຈີນ ຖື​ເປັນ​ສຳຄັນ​ເລື່ອງ​ພັດທະນາ​ການ​ພົວພັນ ຈີນ - ຫວຽດນາມ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທ​ດ​ໃຫ້ພັດທະນາຢ່າງປອດ​ໃສ​, ສະ​ມີຖຽນລະ​ພາບ​ຍາວ​ນານຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມິ​ງຄອຍ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ໃຫ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ; ຊຸກຍູ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ, ພິ​ເສດ​ແມ່ນ​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນ​ສູງລະຫວ່າງ 2 ພັກ, 2 ລັດ. ພ້ອມ​ທັງ ຊຸກຍູ້​ການ​ເຊື່ອມ​ຕໍ່ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ການພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ; ຊຸກຍູ້ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ລະ​ຫວ່າງ 2 ຝ່າຍ​ຢ່າງສົມ​ເຫດ​ສົມ​ຜົນ, ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບຢູ່​ພາກ​ພື້ນ ​ແລະ ​ໂລກ.

 

ຂ່າວ/ບົດ​ອື່ນ