ຈີນປະກາດປື້ມບົກຂາວກ່ຽວກັບທິເບດ
(ພາບປະກອບ)
(vovworld) – ຈີນ ຫາກໍປະກາດປື້ມບົກຂາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງເຂດປົກຄອງດ້ວຍຕົນເອງປະຊາຊົນເຜົ່າສ່ວນໜ້ອຍທິເບດ, ໃນນັ້ນໄດ້ເນັ້ນໜັກເຖິງ ບັນດາຜົນງານເຊິ່ງ ທິເບດ ບັນລຸໄດ້ໃນຕະຫຼອດ 50 ປີຜ່ານມາ. ປື້ມບົກຂາວມີຫົວຂໍ້ “ປະຕິບັດພາລະກິດປົກຄອງດ້ວຍຕົນເອງຂອງປະຊາຊົນເຜົ່າສ່ວນໜ້ອຍທິເບດ” ໂດຍຫ້ອງວ່າການຂໍ້ມູນຂ່າວລັດຖະບານຈີນ ປະກາດ. ປື້ມບົກຂາວຊີ້ແຈ້ງວ່າ, ນັບແຕ່ເມື່ອດຳເນີນພາລະກິດປະຕິຮູບປະຊາທິປະໄຕເມື່ອປີ 1959 ແລະ ມອບສິດປົກຄອງດ້ວຍຕົນເອງ ໃຫ້ປະຊາຊົນເຜົ່າສ່ວນໜ້າຍ ເມື່ອປີ 1965, ທິເບດ ບັນລຸໄດ້ບັນດາບາດກ້າວອັນໃຫຍ່ຫຼວງໃນການພັດທະນາເສດຖະກິດສັງຄົມ. ປື້ມບົກຂາວ ກໍຢືນຢັນວ່າ, ລັດຖະບານ ຈີນ ແລະ ອຳນາດການປົກຄອງ ເຂດປົກຄອງດ້ວຍຕົນເອງ ທິເບດ ຍາມໃດກໍຖືສິດເສລີໃນການເຫື້ອມໄສເຊື່ອຖືສາສະໜາຂອງປະຊາຊົນ, ສິດເສລີລະຫວ່າງບັນດາເຜົ່າ ແລະ ບັນດາສາສະໜາໄດ້ຮັບການຮັບປະກັນ.