ຈີນ,ມຽນມາປຶກສາກ່ຽວກັບສະພາບຊາຍແດນ

ຈີນ,ມຽນມາປຶກສາກ່ຽວກັບສະພາບຊາຍແດນ - ảnh 1
ການ​ປຶກ​ “2+2” ລະ​ຫວ່າງ ຈີນ - ມຽນ​ມາ
(ພາບ: chinamil.com.cn)

(vovworld) – ວັນ​ທີ 26/11, ຢູ່​ນະ​ຄອນຫຼວງ Nay Pyi Taw ຂອງ​ປະ​ເທດ ມຽນ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ​ ຈີນ ແລະ ມຽນ​ມາ ໄດ້​ດຳ​ເນີນ​ຮອບ​ປຶກ​ສາ​ດ້ານ​ການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ປະ​ເທດ “2+2” ທຳ​ອິດ​ດ້ວຍ​ຈຸດ​ສຸມ​ຂອງ​ການ​ປຶກ​ສາ​ຫາ​ລື​ແມ່ນ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ບັນ​ດາ​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ.

        ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ວ່າ: ຈີນ ແລະ ມຽນ​ມາ ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງທີ່​ສະ​ໜິດ​ສະ​ໜົມ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຂອງ 2 ປະ​ເທດ ພວມ​ພັດ​ທະ​ນ​າ​ອັນ​ດີ​ງາມ. ປັກ​ກິ່ງ ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ພ້ອມ​ກັນ​ສົມ​ທົບ​ກັນ​ເພື່ອ​ສິ້ນ​ສຸດ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ ຢູ່​ພາກ​ເໜືອ ມຽນ​ມາ ໂດຍໄວ ແລະ ຟື້ນ​ຟູ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ. ຮອບ​ປຶກ​ສາ​ຄັ້ງ​ທີ ສ​ອງ ຈະ​ ​ຈັດ​ຕັ້ງ​​ຂຶ້ນຢູ່ ຈີນ ໃນ​ປີ 2017.


ຂ່າວ/ບົດ​ອື່ນ