ຈີນ,ລັດເຊຍເຊີດຊູການພົວພັນຮ່ວມມືດ້ານການທະຫານ

(VOVWORLD) - ວັນທີ 3 ມິຖຸນາ, ທີ່ການພົບປະຢູ່ນອກການໂອ້ລົມສົນທະນາ Shangri – La ຄັ້ງທີ 16 ຈັດຕັ້ງຢູ່ ສິງກະໂປ, ບັນດາເຈົ້າໜ້າທີ່ ຈີນ ແລະ ລັດເຊຍ ເຊີດຊູການພົວພັນຮ່ວມມືດ້ານການທະຫານ ລະຫວ່າງ 2 ປະເທດ. 
ຈີນ,ລັດເຊຍເຊີດຊູການພົວພັນຮ່ວມມືດ້ານການທະຫານ - ảnh 1

ທີ່ການພົບປະກັບທ່ານ Alexander Fomin, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ, ພົນຕີ ເຂືອລີ້ ຮອງຜູ້ອຳນວຍການສະຖາບັນວິທະຍາສາດການທະຫານຂຶ້ນກັບກອງທັບປົດປ່ອຍປະຊາຊົນຈີນ ຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ລັດເຊຍ ພວມຢູ່ໃນລະດັບສູງສຸດນັບແຕ່ກ່ອນມາ. ຕາມທ່ານ ເຂືອລີ້ ແລ້ວ, ການນຳ 2 ປະເທດຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເຖິງການຮວມມືດ້ານການທະຫານ 2 ຝ່າຍ, ວາງອອກພື້ນຖານດ້ານການເມືອງ ໜັກແໜ້ນໃຫ້ແກ່ການພັດທະນາທີ່ໂປ່ງໃສ ແລະ ໝັ້ນຄົງຂອງການພົວພັນດ້ານການທະຫານ 2 ຝ່າຍ.

        ສ່ວນທ່ານຮອງລັດຖະມົນຕີ Alexander Fomin ໃຫ້ຂໍ້ສັງເກດວ່າ ການພັດທະນາທີ່ໂປ່ງໃສ ແລະ ໝັ້ນຄົງຂອງການພົວພັນດ້ານການທະຫານ 2 ຝ່າຍ ເລີ່ມມາຈາກການພົວພັນແໜ້ນແຟ້ນລະຫວ່າງ ການນຳ 2 ປະເທດ. ບັນດານະໂຍບາຍການຕ່າງປະເທດເອກະລາດເຊິ່ງ 2 ປະເທດເດີນຕາມ, ກໍ່ຄືທັດສະນະທີ່ທັງ 2 ຝ່າຍແບ່ງປັນກ່ຽວກັບໂລກຫຼາຍຂົ້ວ, ຄຽງຄູ່ກັບບັນດາບັນຫາສຳຄັນອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ