ຈີນສົ່ງເຮືອບິນໄປຍັງດອນຫີນຈື໋ເທີບຂຶ້ນກັບໝູ່ເກາະເຈື່ອງຊາ

ຈີນສົ່ງເຮືອບິນໄປຍັງດອນຫີນຈື໋ເທີບຂຶ້ນກັບໝູ່ເກາະເຈື່ອງຊາ - ảnh 1
ເຮືອ​ບິນ​ຂອງ​ຈີນ​ຢູ່ ດອນ​ຫີນ ຈື​ເທີບ ຂຶ້ນ​ກັບ​ເກາະ​ເຈື່ອງ​ຊາ
ພາບ:internet

(vovworld)- ວັນ​ທີ 18/4, ອົງ​ການ​ສື່ມວນ​ຊົນ​ແຫ່ງ​ລັດ ຈີນ ໄດ້​ໃຫ້​ຂ່າວ​ວ່າ: ປະ​ເທດນີ້​ ​ໄດ້​ສົ່ງເຮືອ​ບິນການ​ທະ​ຫານ​ລຳ​ຫນຶ່ງ​ທຳ​ອິດ​​ລົງ​ຈອດ​ຢູ່ດອນ​ຫີນ ຈື໋​ເທີບ ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ. ການ​ກະ​ທຳ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ ອາດ​ຈະ​ສົ່ງ​ເຮືອ​ບິນ​ຂັບ​ໄລ່​ມານີ້. ໃນ​ຫນ້າ​ທຳ​ອິດ​ຂອງ ຫນັງ​ສື​ພິມ​ລາຍ​ວັນ “ທະ​ຫານ​ປົດ​ປ່ອຍ​ປະ​ຊາ​ຊົນ​” ຂອງ​ຈີນ ໃຫ້​ຮູ້​ວ່າ ມີ​ເຮືອ​ບິນ​ການ​ທະ​ຫານ​ລຳ​ຫນຶ່ງ​ພວມ​ກະ​ກຽມ​ການ​ລາດ​ຕະ​ເວັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຮັບ​ໂທ​ລະ​ສັບ​ດ່ວນ​ຮຽກ​ຮ້ອງ​ຈອດ​ລົງ​ດອນ​ຫີນ ຈື​໋​ເທີບ ເພື່ອ​ຮັບ​ກຳ​ມະ​ກອນ 3 ຄົນ​ຖືກ​ເຈັບເປັນ. ແລະ ພາ​ຍ​ຫລັງ​ນັ້​ນ ບັນ​ດາ​ຄົນ​ເຈັບ​ເຫລົ່າ​ນີ້ ຖືກ​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ສົ່ງ​ເຖິງ ເກາະ ໄຮ່​ຫນານ ເພື່ອ​ປິ່ນ​ປົວພະ​ຍາດ.

 

 

 

 

 

 

ຂ່າວ/ບົດ​ອື່ນ