ຈີນຮຽກຮ້ອງສ້າງຕັ້ງກົນໄກຮ່ວມມືຢູ່ທະເລຕາເວັນອອກ
ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ລ້ຽວເຈີນມິນ
(ພາບປະກອບ: AFP)
(vovworld) - ວັນທີ 25/03, ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ລ້ຽວເຈີນມິນ ໄດ້ຮຽກຮ້ອງໃຫ້ບັນດາປະເທດຢູ່ເຂດແຄມທະເລຕາເວັນອອກ ສ້າງຕັ້ງກົນໄກຮ່ວມມື. ຂໍ້ສະເໜີດັ່ງກ່າວເຊິ່ງທ່ານຮອງລັດຖະມົນຕີ ລ້ຽວເຈີນມິນ ຍົກອອກມາໃນບົດກ່າວປາໄສທີ່ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບທະເລຕາເວັນອອກ, ເຊິ່ງນອນໃນຂອບເຂດເວທີປາໄສອາຊີປົວຢາວ 2017 ຢູ່ແຂວງ ໄຫໜານ, ປະເທດຈີນ. ຕາມທ່ານຮອງລັດຖະມົນຕີ ລ້ຽວເຈີນມິນ ແລ້ວ, ກົນໄກຮ່ວມມືດັ່ງກ່າວຈະບໍ່ແຊກແຊງເຂົ້າຂໍ້ສະເໜີຂອງແຕ່ລະປະເທດ ແລະ ສວມບົດບາດພື້ນຖານໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮ່ວມມື ກໍຄືແບ່ງປັນຜົນປະໂຫຍດລະຫວ່າງບັນດາປະເທດ. ທ່ານ ລ້ຽວເຈີນມິນ ຢືນຢັນວ່າ, ກົນໄກດັ່ງກ່າວຈະສ້າງຄວາມສະດວກໃຫ້ບັນດາປະເທດ ໃນການແລກປ່ຽນ, ຮ່ວມມືໃນຫຼາຍຂົງເຂດຄື: ການປ້ອງກັນ, ຫຼີກລ້ຽງໄພທຳມະຊາດ, ກູ້ໄພກູ້ຊີບບົນທະເລ, ປົກປັກຮັກສາສິ່ງແວດລ້ອມ, ຄວາມປອດໄພໃນການເດີນທະເລ…