ຈີນແລະມາເລເຊຍ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມື
ທ່ານປະທານປະເທດຈີນສືຈີນຜິງ ແລະ
ທ່ານນາຍົກລັດຖະມົນຕີມາເລຊຍ Najip Razak
(ພາບ: nguyentandung.org)
(vovworld)- ທີ່ການເຈລະຈາເມື່ອວັນທີ 30/5 ລະຫວ່າງທ່ານປະທານປະເທດຈີນສືຈີນຜິງ ແລະ ທ່ານນາຍົກລັດຖະມົນຕີມາເລຊຍ Najip Razak ພວມຢູ່ຢ້ຽມຢາມປັກກິງ, ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ແລະ ການພົວພັນສອງຝ່າຍ. ທ່ານປະທານປະເທດຈີນສືຈີນຜິງ ຮຽກຮ້ອງໃຫ້ສອງປະເທດຈົ່ງຮັກສາການແລກປ່ຽນຂັ້ນສູງຄັ້ງຕ່າງໆ, ເພີ່ມທະວີການແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ໃນນັ້ນມີການກໍ່ສ້າງພື້ນຖານໂຄງລ່າງ, ການຕິດຕໍ່ພົວພັນ, ອາວະກາດ, ເສດຖະກິດກໍ່ຄືເປີດກ້ວາງການແລກປ່ຽນດ້ານການຄ້າ ແລະ ການລົງທຶນສອງຝ່າຍ. ສ່ວນທ່ານນາຍົກລັດຖະມົນຕີມາເລຊຍ Najip Razak ໃຫ້ຮູ້ວ່າ: ມາເລເຊຍໃຫ້ຄຳໝັ້ນສັນຍາເດີນຕາມການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ ແລະ ເປັນເຈົ້າການຊຸກຍູ້ການພັດທະນາການພົວພັນລະຫວ່າງມາເລເຊຍ-ຈີນ. ທ່ານກໍ່ຮຽກຮ້ອງສອງຝ່າຍຍູ້ແຮງການແລກປ່ຽນບຸກຄະລາກອນ, ວັດທະນະທຳ ແລະ ການຮ່ວມມືດ້ານປ້ອງກັນຊາດ ແລະ ປະຕິບັດກົດໝາຍ ພ້ອມທັງຫວັງວ່າຈະເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງສົ້ນກັບຈີນ./.