ຈີນແລະອາຊຽນທາບທາມຄຳເຫັນກ່ຽວກັບປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ

ຈີນແລະອາຊຽນທາບທາມຄຳເຫັນກ່ຽວກັບປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ - ảnh 1
(ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຈີນ - ​ອາ​ຊຽນ ຄັ້ງ​ທີ 10)

(vovworld) – ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຈີນ - ​ອາ​ຊຽນ ຄັ້ງ​ທີ 10 ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຫາ​ກໍ​ດຳ​ເນີນ​ຢູ່ ​ເຈິ໋ງຕູ, ​ເມືອງ​ເອກ​ແຂວງ ຊືຈ້ວານ ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ຈີນ ​ໃນ​ວັນ​ທີ 20/10. ທີ່​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ ຈີນ ​ແລະ ສະມາຄົມ ອາ​ຊຽນ ດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນກ່ຽວ​ກັບ​​ປະມວນ​ຂໍ້​ກຳນົດການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ​ແຈ້ງ​ການ​ຂ່າວ​ທາງ​ການຂອງ​ກອງ​ປະຊຸມ​ເນັ້ນ​ໜັກ​ວ່າ: ບັນດາ​ຝ່າຍ​ມີ​ເຈດ​ຈຳນົງ​ການ​ເມືອງປະຕິບັດ DOC ​ນຳ​ກັນ ​ແລະ ກ້າວ​ໄປ​ເຖິງ​ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ COC​ ໃຫ້ຍິ່ງ​ໄວ​ກໍ່ຍິ່ງ​ດີ. ກອງ​ປະຊຸມ​ໄດ້​ອັບ​ເດັດ​ແຜນ​ການດຳ​ເນີນ​ງານ​ໃນ​ໄລຍະ 2015 – 2016 ດ້ວຍ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລຢ່າງ​ແທດ​ຈິງ​ ໃນຂອບ​ເຂດ DOC ​ໃນ​ບັນດາ​ຂົງ​ເຂດຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການຊອກ​ຫາ​ກູ້​ໄພ​ກູ້​ຊີບ, ການຄົ້ນ​ຄວ້າ​ທະ​ເລ, ການປົກ​ປັກ​ຮັກ​ສາ​ສະພາບ​ແວດ​ລ້ອມ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ. ກ່ຽວ​ກັບ COC​, ບັນດາ​ຝ່າຍ​ປຶກສາ​ຫາລື ​ແລະ ສ້າງ​ບັນຊີ​ລາຍ​ຊື່​ບັນດາ​ບັນຫາ​ສຳຄັນ ກໍ​ຄື​ສ​້າງຮ່າງ COC​. ກອງ​ປະຊຸມ​ມອບ​ໃຫ້​ກຸ່ມ​ປະຕິບັດ​ງານ​ຮ່ວມໜ້າ​ທີ່​​ກວດກາ ​ແລະ ຄົ້ນຄວ້າ​ກ່ຽວ​ກັບ​ເອກະສານ 2 ສະບັບ​ດັ່ງກ່າວ.

 

 

ຂ່າວ/ບົດ​ອື່ນ