(VOVWORLD) - ໄລ່ຮອດຕົ້ນເດືອນ ທັນວາ ຈີນ ໄດ້ກວດພົບທັງໝົດ 7 ກໍລະນີຕິດໄວຣັດກາຍພັນນີ້ໃນຈຳນວນຜູ້ຕິດໄວຣັດຢູ່ພາຍໃນປະເທດ.
(ພາບປະກອບ: THX/TTXVN)
|
ວັນທີ 15 ທັນວາ, ກົມຄວບຄຸມ ແລະ ປ້ອງກັນໂລກລະບາດແຫ່ງຊາດ ຈີນ ໃຫ້ຮູ້ວ່າ, ນັບແຕ່ເມື່ອກາຍພັນ JN.1 ຂອງໄວຣັດ ໂຄໂຣນາ ໄດ້ກວດພົບເປັນຄັ້ງທຳອິດຢູ່ພາຍໃນປະເທດໃນເດືອນ ພະຈິກ, ໄລ່ຮອດຕົ້ນເດືອນ ທັນວາ ຈີນ ໄດ້ກວດພົບທັງໝົດ 7 ກໍລະນີຕິດໄວຣັດກາຍພັນນີ້ໃນຈຳນວນຜູ້ຕິດໄວຣັດຢູ່ພາຍໃນປະເທດ.
ຕາມກົມຄວບຄຸມ ແລະ ປ້ອງກັນໂລກລະບາດແຫ່ງຊາດ ຈີນ ແລ້ວ, ນັບແຕ່ເດືອນ ພະຈິກ 2023, ອັດຕາກາຍພັນ JN.1 ຂອງໂລກລະບາດທົ່ວໂລກໄດ້ເພີ່ມຂຶ້ນຢ່າງໄວ, ແຕ່ປະມານ 4% ໃນຕົ້ນເດືອນ ພະຈິກ, ເພີ່ມຂຶ້ນກວ່າ 30% ໃນຕົ້ນເດືອນ ທັນວາ.
ແຫຼ່ງຂໍ້ມູນຕິດຕາມຂອງ ຈີນ ຊີ້ໃຫ້ເຫັນວ່າ, ອາການສຸຂະພາບບັນດາຜູ້ຕິດໄວຣັດກາຍພັນ JN.1 ແມ່ນເບົ່າ ຫຼື ບໍ່ມີອາການ.