ຈີນ ຄັດຄ້ານສະມາຊິກ ສະພາແຫ່ງຊາດຍີ່ປຸ່ນ ຢ້ຽມຢາມພະວິຫານ Yasukuni

ຈີນ ຄັດຄ້ານສະມາຊິກ ສະພາແຫ່ງຊາດຍີ່ປຸ່ນ ຢ້ຽມຢາມພະວິຫານ Yasukuni - ảnh 1
​ການ​ຢ້ຽມຢາມ​ພະວິຫານ Yasukuni ຂອງ​
ບັນດາ​ສະມາຊິກ​ສາ​ພາ​​ແຫ່ງ​ຊາດຍີ່ປຸ່ນ
(ພາບ: VOV/Reuters)


(vovworld) - ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ຍີ່​ປຸ່ນ ​ແລະ ຈີນ​ສືບ​ຕໍ​ມີ​ສັນຍານ​ທີ່​ເຄັ່ງ​ຮ່ອນ​ຂຶ້ນ​​ຕື່ມ​ພາຍຫຼັງ​ການ​ຢ້ຽມຢາມ​ພະວິຫານ Yasukuni ຂອງ​ບັນດາ​ເຈົ້າ​ໜ້າ​ທີ່ ​​ແລະ ສະມາຊິກ​ສາ​ພາ​​ແຫ່ງ​ຊາດຍີ່ປຸ່ນ. ​ໃນ​ການ​ຢ້ຽມຢາມພະວິຫານ Yasukuni ​ເມື່ອ​ວັນ​ທີ 23/04 ຂອງ​ສະມາ​ແຫ່ງ​ຊາດ​ຊິດ​ສະ​ພາ 168 ທ່ານ ​ເນື່ອງ​ໃນ​ໂອກາດ​ງານ​ບຸນລະດູບານ​ໄໝ່ຂອງ​ວິຫານ,​​ ສື່​ມວນ​ຊົນ​ຈີນ ​ໄດ້​​ໃຫ້​ຂ່າວ​ຢ່າງ​ທັນທີ ​ແລະ ຖື​ວ່າ​ນີ້​ແມ່ນ​ການ​ກະທຳ​ສະ​ແດງ​ໃຫ້​ເຫັນ​ວ່າ ກຳລັງ​​ເບືອງຂວາຂອງ​ຍີ່ປຸ່ນ ພວມມີ​ທ່າ​ອ່ຽງຟື້ນ​ຕົວ​ຄືນ. ກ່ອນ​ໜ້າ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ຢ່າງ​ແຮງການ​ຢ້ຽມຢາມພະ​ວິຫານ Yasukuni ​ເມື່ອ​ວັນ​ທີ 21/03 ຜ່ານ​ມາຂອງສະມາຊິກ​ລັດຖະບານຍີ່ປຸ່ນ 3 ທ່ານ, ​ໃນ​ນັ້ນ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ Taro Aso.

        ​ເຫດການ​ອື່ນ​ໃນ​ວັນ​ດ່ຽວ​ກັນ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida ​ແລະ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ William Burns, ທີ່​ພວມ​ຢ້ຽມຢາມ​ໂຕ​ກ່ຽວ, ​ໄດ້​ເຫັນດີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ມື​ກັບສປປ.​ເກົາຫຼີ ​ໃນ​ສະພາບ​ການທີ່​ພວມ​ມີ​ສັນຍານ​ວ່າ ​ພຽງ​ຢາງ ຈະ​ທົດ​ລອງ​ລູກ​ສອນ​ໄພ​ນຳ​ວິຖີ. ຜ່ານ​ການ​ທາບທາມ​ຄວາມ​ເຫັນ, ທ່ານ Kishida ​ແລະ ທ່ານ Burns ກໍ​ເຫັນ​ດີ​ວ່າ ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບສ.​ເກົາຫຼີ ກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ພ້ອມ​ທັງ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ວິທີ​ທີ່​ນຳ ສປປ,​ເກົາຫຼີ ກັບ​ຄືນສູ່​ຮອບ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ການ​ສ້າງແຫຼມ​ເກົາຫຼີປອດ​ນິວ​ເຄຼຍ​.

ຂ່າວ/ບົດ​ອື່ນ