ທ່ານນາງ ຮວາຈວນຍີ໋ງ (ພາບ: TTXVN)
(vovworld) - ຈີນ ແລະ ອາເມລິກາ ຫາກໍ່ຍົກອອກປະຕິກິລິຍາທີ່ແຕກຕາງກັນ ພາຍຫລັງເຫດຍິງລູກສອນໄຟ ຂອງ ສປປ.ເກົາຫຼີ ຖືກປະລາໄຊ ໃນຕອນເຊົ້າວັນທີ 22/03. ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຮວາຈວນຍີ໋ງ ໃຫ້ຮູ້ວ່າ: ປະເທດນີ້ (ໃສ່ໃຈ) ບັນດາຂໍ້ມູນຂ່າວກ່ຽວກັບເຫດຍິງລູກສອນໄຟຖືກປະລາໄຊດັ່ງກ່າວ ແລະ ເລື່ອງ ອາເມລິກາ ພວມພິຈາລະນາຈັດວາງຄຳສັ່ງປັບໄໝລົງໂທດຕ້ານ ພຽງຢາງ. ເຈົ້າໜ້າທີ່ຜູ້ນີ້ ກໍ່ເລັ່ງລັດບັນດາຝ່າຍທີ່ກ່ຽວຂ້ອງສະແດງຄວາມອົດກັ້ນໄວ້. ທ່ານນາງ ຮວາຈວນຢີ໋ງ ກໍ່ຖືວ່າ ບັນຫານິວເຄຼຍຂອງ ສປປ.ເກົາຫຼີ ແມ່ນບັນຫາສັບສົນທີ່ສຸດ, “ເລີ່ມມາຈາກຂາດຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ” ກໍ່ຄືຄວາມແຕກຕ່າງກັນລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ. ໃນຂະນະນັ້ນ ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບນະໂຍບາຍການທູດສຳລັບ ສປປ.ເກົາຫຼີ ທ່ານ Joseph Yun ກ່າວປະນາມເຫດຍິງລູກສອນໄຟຂອງປະເທດນີ້. ທ່ານ Yun ເນັ້ນໜັກວ່າ ເຫດຍິງລູກສອນໄຟດັ່ງກ່າວ ໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ອາເມລິກາ ຄວນຮ່ວມມືກັບ ຈີນ ຢ່າງແໜ້ນແຟ້ນ ເພື່ອບັງຄັບ ພຽງຢາງ ຢຸດຕິບັນດາການກະທຳເກາະຜິດ, ນາບຂູ່ເຖິງພັນທະມິດຂອງ ອາເມລິກາ ແມ່ນ ຍີ່ປຸ່ນ ແລະ ສ.ເກົາຫຼີ.