ຈະມີການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ ວັນສ້າງສາຍພົວພັນການ ທູດຫວຽດນາມ - ກຳປູເຈຍ
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ເປັນປະທານ ກອງປະຊຸມ
(ພາບ: VGP/Le Son)
(vovworld) - ຕອນບ່າຍວັນທີ 10/5, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ຫົວໜ້າຄະນະຊີ້ນຳປີແຫ່ງຄວາມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ເປັນປະທານກອງປະຊຸມກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖີ່ນເພື່ອກະກຽມບັນດາການເຄື່ອນໄຫວຜັນຂະຫຍາຍປີແຫ່ງຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ (24/6/1967 – 24/6/2012). ການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່ຈຳນວນໜຶ່ງຈະໄດ້ຮັບການດຳເນີນຄື: ງານໂຮມຊຸມນຸມມິດຕິງຢ່າງສົມກຽດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ, ການນຳຂັ້ນສູງ 2 ປະເທດຈັດຕັ້ງການຢ້ຽມຢາມເຊິ່ງກັນ ແລະ ກັນ, ເປີດສະຫຼອງຫຼັກໝາຍຊາຍແດນ 314 - ເຊິ່ງແມ່ນຫຼັກໝາຍທາງບົກຫຼັກສຸດທ້າຍລະຫວ່າງຫວຽດນາມ - ກຳປູເຈຍ, ຈັດຕັ້ງສັບປະດາວັດທະນະທຳຫວຽດນາມ ຢູ່ກຳປູເຈຍ ແລະ ສັບປະດາວັດທະນະທຳກຳປູເຈຍ ຢູ່ຫວຽດນາມ ແລະ ການເຄື່ອນໄຫວພົບປະແລກປ່ຽນພົວພັນຕ່າງປະເທດປະຊາຊົນອື່ນໆ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນທີ່ກ່ຽວຂ້ອງຕ້ອງກະກຽມຈັດຕັ້ງບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນປີແຫ່ງຄວາມມິດຕະພາບຫວຽດນາມ - ກຳປູເຈຍ ຢ່າງຮີບດ່ວນ, ລອບຄອບຖີ່ຖ້ວນ, ແທດຈິງ, ມີປະສິດທິຜົນ ເຮັດຄືແນວໃດໃຫ້ເໝາະສົມກັບການພົວພັນລະຫວ່າງ 2 ປະເທດ.