ຈຳກັດຈຳນວນໂຄງການເປົ້າໝາຍແຫ່ງຊາດ ແມ່ນຈຳເປັນ
ສ.ສ.ຊ ແຂວງ ທ້າຍບິງ ປະກອບຄຳເຫັນ |
(vovworld)- ໂດຍສືບຕໍ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດຫວຽດນາມຊຸດທີ 13, ຕອນບ່າຍວັນທີ 4/11, ບັນດາ ສ.ສ.ຊ ໄດ້ປຶກສາຫາລືກ່ຽວກັບການຕີລາຄາໝາກຜົນແຫ່ງການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2011-2015, ສ້າງ ແລະ ນຳສະເໜີແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດໄລຍະ 2016-2020. ບັນດາ ສ.ສ.ຊ ຢືນຢັນວ່າ ໃນ 5 ປີທີ່ຜ່ານມາ, ການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ທ່ານ ໂດ້ແມ້ງຮຸ່ງ ສ.ສ.ຊ ແຂວງ ທ້າຍງວຽນ ຖືວ່າ :
“ ຖ້າຫາກມີ 16 ໂຄງການເປົ້າໝາຍແຫ່ງຊາດຄືປະຈຸບັນ ແມ່ນຫຼາຍໂພດ. ດັ່ງນັ້ນຕ້ອງຈຳກັດຈຳນວນໂຄງການເປົ້າໝາຍແຫ່ງຊາດແມ່ນຈຳເປັນ. ລັດຖະບານປະຈຸບັນໄດ້ສະເໜີ ຍັງເຫຼືອພຽງ 2 ໂຄງການເປົ້າໝາຍແຫ່ງຊາດ, ນັ້ນແມ່ນໂຄງການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການຫຼຸກຜ່ອນຄວາມທຸກຍາກແບບຍືນຍົງ. ຍັງມີຄຳເຫັນສະເໜີໃຫ້ມີໂຄງການອີກໜຶ່ງອີກກ່ຽວກັບການຮັກສາສຸຂະພາບໃຫ້ປະຊາຊົນ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນຄຳເຫັນທີ່ຕ້ອງເອົາໃຈໃສ່ ”