ຈຳນວນກໍລະນີຕິດເຊື້ອພະຍາດໄວຣັດZikaຢູ່ສິງກະໄປເພີ່ມຂຶ້ນ
ສິງກະໂປ ໄດ້ຮັບຮູ້ຕື່ມອີກ 27 ກໍລະນີຕິດເຊື້ອພະຍາດໄວຣັດ Zika
(ພາບ: Kyodo/TTXVN)
(vovworld) - ວັນທີ 04/09 ສິງກະໂປ ໄດ້ຮັບຮູ້ຕື່ມອີກ 27 ກໍລະນີຕິດເຊື້ອພະຍາດໄວຣັດ Zika, ຍົກຈຳນວນຄົນຕິດເຊື້ອພະຍາດໄວຣັດ Zika ອັນຕະລາຍນີ້ ຂຶ້ນເຖິງ 242 ຄົນ ພາຍຫລັງ ເຊື້ອພະຍາດໄວຣັດ Zika ໄດ້ພົບເຫັນຢູ່ປະເທດນີ້ ເປັນເວລາໜຶ່ງອາທິດ. ກ່ອນໜ້ານັ້ນໃນວັນດຽວກັນ ທ່ານ Amy Khor Lean Suan ລັດຖະມົນຕີຮັບພິດຊອບບັນດາແຫຼ່ງຊັບພະຍາກອນນ້ຳ, ສິ່ງແວດລ້ອມ ແລະ ສາທາລະນະສຸກ ໃຫ້ຮູ້ວ່າ: ກະຊວງນີ້ພວມຄວາມເປັນໄປໄດ້ ເພື່ອໃຫ້ບັນດາຄົນຖືກສົງໄສວ່າ ຕິດເຊື້ອພະຍາດໄວຣັດ Zika ປິ່ນປົ່ວພະຍາດຢູ່ເຮືອນ ໃນໄລຍະເວລາວິເຄາະ. ກະຊວງນີ້ ກໍ່ຄິດໄລ່ເຖິງຄວາມເປັນໄປໄດ້ໃຫ້ບັນດາກໍລະນີຕິດເຊື້ອພະຍາດໄວຣັດນີ້ ກັບເມືອເຮືອນ ເພື່ອຟື້ນຟູສຸຂະພາບ ແລະ ເຕືອນໃຫ້ເຂົາເຈົ້າ ຕ້ອງລະມັດລະວັງຫ້າມບໍ່ໃຫ້ຍຸງກັດ.