ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ໄຮ​ຕີ ເພີ່ມ​ຂຶ້ນ​ເກືອບ 1.300 ຄົນ

(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.297 ຄົນ ແລະ ມີຜູ້ຖືກບາດເຈັບ 2.800 ຄົນ. 
ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ໄຮ​ຕີ ເພີ່ມ​ຂຶ້ນ​ເກືອບ 1.300 ຄົນ - ảnh 1ເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 14 ສິງຫາ ຢູ່ ໄຮຕີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫຼາຍ (ພາບ: Reuters)

ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດແຜ່ນດິນໄຫວຢູ່ ໄຮຕີ ສືບຕໍ່ເພີ່ມຂຶ້ນ ແລະ ມາຮອດປັດຈຸບັນ ມີຜູ້ເສຍຊີວິດໃນໄພພິບັດນີ້ແມ່ນເກືອບ 1.300 ຄົນ. ວັນທີ 15 ສິງຫາ, ທ່ານ Jerry Chanlder ຫົວໜ້າອົງການປົກປ້ອງພົນລະເຮືອນ ຂອງ ໄຮຕີ ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.297 ຄົນ ແລະ ມີຜູ້ຖືກບາດເຈັບ 2.800 ຄົນ. ລັດຖະບານ ໄຮຕີ ໄດ້ປະກາດສະພາວະສຸກເສີນໃນຮອບເວລາ 1 ເດືອນ ເພື່ອດຳເນີນບັນດການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ