ເດັກນ້ອຍອົບພະຍົບ ຫຼິ້ນຢູ່ເຂດຄ້າຍຖາວອນຢູ່ Lebanon.
(ພາບ: northcountrypublicradio.org) |
(vovworld) – ລັດຖະບານ ເຢຍລະມັນ ຄາດຄະເນວ່າ ຈຳນວນຊາວອົບພະຍົບເຂົ້າເອີລົບໃນປີ 2016 ອາດຈະຂຶ້ນເຖິງ 1 ລ້ານຄົນ, ໃນນັ້ນສ່ວນຫຼາຍແມ່ນຊາວອົບພະຍົດສືບຕໍ່ຊອກວິທີເຂົ້າ ເຢຍລະມັນ. ຕົວເລກດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງພາຍໃນສະຫະພັນ ເຢຍລະມັນ Ole Schroder ຍົກອອກມາໃນການພົບປະຢູ່ ບຣຸກແຊນ (ປະເທດແບນຊິກ) ກັບຄູ່ຕຳແໜ່ງ ຊູແອດ, ແດນມາກ ແລະ ກຳມະການຮັບຜິດຊອບບັນຫາຊາວອົບພະຍົບ ເອີລົບ Dimitris Avramopoulos. ທີ່ການພົບປະ, ທ່ານ Schroder ໄດ້ອອກສຽງຕຳໜິຕິຕຽນຄະນະກຳມະການເອີລົບ (EC) ເມື່ອບັນດາມາດຕະການໄດ້ຮັບການປະຕິບັດເພື່ອແນໃສ່ຈຳກັດຜູ້ອົບພະຍົບເຂົ້າ ເອີລົບ ມາຮອດຈຸດເວລານີ້ບໍ່ທັນບັນລຸຜົປະສິດທິຜົນ. ປະຈຸບັນ, ແຕ່ລະມື້ຍັງມີຊາວອົບພະຍົບປະມານ 4.000 ຄົນຈາກ ຕວກກີ ເຂົ້າ ເກຼັກ ເພື່ອໄປຍັງບັນດາປະເທດ ເອີລົບ ອື່ນໆ. ບັນດາເຈົ້າໜ້າທີ່ຊັ້ນນຳຂອງ EC ເນັ້ນໜັກວ່າ: ຮອດກາງປີ 2016, ຕ້ອງຫລຸດຜ່ອນຈຳນວນຊາວອົບພະຍົບເຂົ້າ ອີຢູ ຢ່າງແຮງຖ້າຫາກຢາກຄຸ້ມຄອງວິກິດການຊາວອົບພະຍົບປະຈຸບັນ.