ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເນປານໄດ້ຂຶ້ນເຖິງເກືອບ 7.600 ຄົນ
(ພາບປະກອບ: TTXVN)
(vovworld) – ຕາມການສະຖິຕິຄັ້ງຫລ້າສຸດ ໂດຍລັດຖະບານ ເນປານ ປະກາດໃນວັນທີ 5/5, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ ເນປານ ທີ່ມີແຮງສັ່ນສະເທືອນ 7,8 ຣິດແຕ ເມື່ອວັນທີ 25/4 ຜ່ານມາ ໄດ້ຂຶ້ນເຖິງ 7.566 ຄົນ ແລະ ຈຳນວນຄົນຖືກບາດເຈັບແມ່ນກ່ວາ 14.500 ຄົນ. ໃນວັນດຽວກັນ, ທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Kathmandu, ໂຄສົກກະຊວງເຄຫະສະຖານ ເນປານ, ທ່ານPrasad Dhakal ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດຍັງສືບຕໍ່ເພີ່ມຂຶ້ນພາຍຫຼັງບັນດານັກກູ້ໄພກູ້ຊີບໄດ້ໄປຮອດບັນດາໝູ່ບ້ານເຂດຫ່າງໄກສອກຫຼີກ ຊຶ່ງແມ່ນແຫ່ງມີເຮືອນຊານທັງໝົດຖືກທຳລາຍຍ້ອນແຜ່ນດິນໄຫວ.