ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ລື່ນ​ກາຍ​ຕົວ​ເລກ 5 ລ້ານ​ຄົນ

(VOVWORLD) -ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດວ້ຍຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ແມ່ນ 765.722 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 46.771.979 ຄົນ, ຖັດຈາກອາເມລິກາ ແມ່ນ ອິນເດຍ, ບຣາຊິນ, ລັດເຊຍ ແລະ ອັງກິດ.
ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ລື່ນ​ກາຍ​ຕົວ​ເລກ 5 ລ້ານ​ຄົນ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 30 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 246.743.439 ຄົນ, ໃນນັ້ນ ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ລື່ນກາຍຕົວເລກ 5 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ ຫຼາຍກ່ວາ 223 ລ້ານຄົນ.

ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດວ້ຍຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ແມ່ນ 765.722 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 46.771.979 ຄົນ, ຖັດຈາກອາເມລິກາ ແມ່ນ ອິນເດຍ, ບຣາຊິນ, ລັດເຊຍ ແລະ ອັງກິດ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 29 ຕຸລາ ຫາເວລາ 16ໂມງຂອງວັນທີ 30 ຕຸລາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 5.227 ຄົນ, ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 915.603 ຄົນ, ໃນນັ້ນມີ 818.336 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ