ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ທ່ຽວ ລາວ ຢືນ​ອັນ​ດັບ​ທີ 2

(VOVWORLD) -  ຈຳນວນແຂກທ່ອງທ່ຽວ ຫວຽດນາມ ໄປທ່ຽວ ລາວ ໃນ 6 ເດືອນຕົ້ນປີ ໄດ້ເພີ່ມຂຶ້ນ 10,8%, ໃນຂະນະນັ້ນ, ຈຳນວນແຂກທ່ອງທ່ຽວ ລາວ ມາທ່ຽວຢູ່ ຫວຽດນາມ  ກໍເພີ່ມຂຶ້ນ 42,7%.
ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ທ່ຽວ ລາວ ຢືນ​ອັນ​ດັບ​ທີ 2 - ảnh 1(ພາບປະກອບ: laotiantimes)

ຕາມບົດລາຍງານຫຼ້າສຸດຂອງກົມພັດທະນາການທ່ອງທ່ຽວລາວ ແລ້ວ, ຈຳນວນແຂກທ່ອງທ່ຽວ ຫວຽດນາມ  ໄປທ່ຽວ ລາວ ເຕີບໂຕເປັນປົກກະຕິ, ຢືນອັນດັບທີ 2 ກ່ຽວກັບຍອດຈຳນວນແຂກທ່ອງທ່ຽວສາກົນ ໄປທ່ຽວລາວ.

ລະອຽດ, ການສະຖິຕິຊີ້ໃຫ້ເຫັນວ່າ, ເມື່ອທຽບໃສ່ປີ 2022, ຈຳນວນແຂກທ່ອງທ່ຽວ ຫວຽດນາມ ໄປທ່ຽວ ລາວ ໃນ 6 ເດືອນຕົ້ນປີ ໄດ້ເພີ່ມຂຶ້ນ 10,8%, ໃນຂະນະນັ້ນ, ຈຳນວນແຂກທ່ອງທ່ຽວ ລາວ ມາທ່ຽວຢູ່ ຫວຽດນາມ  ກໍເພີ່ມຂຶ້ນ 42,7%. ບັນດາສະຖານທີ່ທ່ອງທ່ຽວພົ້ນເດັ່ນຂອງລາວ ເຊິ່ງແຂກທ່ອງທ່ຽວ ຫວຽດນາມ ນິຍົມ ສ່ວນຫຼາຍແມ່ນຢູ່ນະຄອນຫຼວງ ວຽງຈັນ, ວັງວຽງ ແລະ ເມືອງເກົ່າ ຫຼວງພະບາງ.

ກົມພັດທະນາການທ່ອງທ່ຽວ ລາວ ຄາດຄະເນວ່າ ທັງປີ 2023, ປະເທດລາວ ສາມາດດຶງດູດແຂກທ່ອງທ່ຽວສາກົນໄດ້ປະມານ  2 ລ້ານເທື່ອຄົນ ຫຼື ອາດຈະຫຼາຍກວ່າ 2 ລ້ານ.

ໂຮ່ຫາຍ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ