ຊຸກຍູ້ການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ

(VOVWORLD) -

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນຮ່າງ “ຊຸກຍູ້ການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ ໃນບັນດາຂະແໜງການ, ຂົງເຂດບຸລິມະສິດໃນໄລຍະແຕ່ນີ້ຮອດປີ 2025, ກຳນົດທິດຮອດປີ 2030”. ເປົ້າໝາຍສັງລວມຂອງແຜນຮ່າງແມ່ນ: ກຳນົດນະໂຍບາຍໜູນຊ່ວຍການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ, ພິເສດແມ່ນບັນດາເຕັກໂນໂລຊີທີ່ສຳຄັນ, ເຕັກໂນໂລຊີສູງ, ເຕັກໂນໂລຊີພື້ນຖານເພື່ອແນໃສ່ປ່ຽນແປງໃໝ່ເຕັກໂນໂລຊີແບບວ່ອງໄວ, ຫລຸດຜ່ອນຄວາມແຕກໂຕນກັນກ່ຽວກັບລະດັບ, ຄວາມສາມາດເຕັກໂນໂລຊີເມື່ອທຽບໃສ່ບັນດາປະເທດທັນສະໄໝໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ